ທ່ານສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມສຸດຍອດຜ່ານທາງວິດິໂອພິເສດ ກ່ຽວກັບບັນຫາປາແລັດສະຕິນ-ອິດສະຣາແອນຂອງຜູ້ນຳປະເທດອົງການບຣິກສ໌

2023-11-21 22:20:15 cri

    ຕອນຄ່ຳວັນທີ 21 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຜ່ານທາງວິດິໂອພິເສດ ກ່ຽວກັບບັນຫາປາແລັດສະຕິນ-ອິດສະຣາແອນຂອງຜູ້ນຳປະເທດເບຣຊີນ, ຣັດເຊຍ,ອິນເດຍ,ຈີນແລະອາຟຣິກກາໃຕ້ຫຼື ບຣິກສ໌(BRICS) ຢູ່ນະຄອນຫຼວງປັກກິ່ງ ພ້ອມທັງກ່າວຄຳປາໄສສຳຄັນ.

    ເວລາປະມານ 21 ໂມງ, ກອງປະຊຸມໄດ້ເລີ່ມຈັດຂຶ້ນຢ່າງເປັນທາງການ.