ການເຈລະຈາຍຸດທະສາດລະຫວ່າງລັດຖະມົນຕີການຕ່າງປະເທດຈີນ-ອຸດສະເບກີສະຖານຄັ້ງທຳອິດຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ

2023-11-22 11:12:23 cri

ວັນທີ 21 ພະຈິກນີ້, ຢູ່ນະຄອນຫຼວງປັກກິ່ງ, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນ ກັບທ່ານ ບາກຕິເຢີ ໄຊດົຟ ລັດຖະມົນຕີກະຊວງການຕ່າງປະເທດອຸດສະເບກີສະຖານ ໄດ້ຈັດການເຈລະຈາຍຸດທະສາດຄັ້ງທຳອິດ. ສອງຝ່າຍໄດ້ລົງເລິກດຳເນີນການແລກປ່ຽນຢ່າງຮອບດ້ານກ່ຽວກັບການຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນອັນສຳຄັນລະຫວ່າງປະມຸກລັດສອງປະເທດ ແລະເພີ່ມທະວີການເຊື່ອມຕໍ່ຍຸດທະສາດການພັດທະນາ, ເຊິ່ງໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນຢ່າງກວ້າງຂວາງ, ແລະໄດ້ຮ່ວມກັນປະກາດສ້າງຕັ້ງກົນໄກເຈລະຈາຍຸດທະສາດລະຫວ່າງລັດຖະມົນຕີການຕ່າງປະເທດຂອງສອງປະເທດ.


ທ່ານຫວາງຢີ້ກ່າວວ່າ: ຈີນຍິນດີຮ່ວມກັບອຸດສະເບກີສະຖານ ຊຸກຍູ້ການຮ່ວມມືຮອບດ້ານແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ແລະໄດ້ສະເໜີຂໍ້ສະເໜີ 4 ຂໍ້ກ່ຽວກັບເລື່ອງນີ້ ຄື: 1, ຮັດແໜ້ນຄວາມສາມັກຄີແລະຄວາມໄວ້ເນື້ອເຊື່ອໃຈກັນ. 2, ສ້າງແຮງຂັບເຄື່ອນການພັດທະນາຮ່ວມກັນ. 3, ລົງເລິກປັບປຸງແລະເສີມຂະຫຍາຍຈິດໃຈຂອງປະຊາຊົນໃນການຮັກສາໄມຕີຈິດມິດຕະພາບໃນຫຼາຍເຊັ່ນຄົນ. 4, ສ້າງປ້ອມໝັ້ນປົກປັກຮັກສາສັນຕິພາບແລະສະຖຽນລະພາບ.


ທ່ານໄຊດົຟ ກ່າວວ່າ: ອຸດສະເບກີສະຖານເຫັນດີຕໍ່ຂໍ້ສະເໜີຂອງຝ່າຍຈີນ, ຄອງຄອຍລົງເລິກການຮ່ວມມືລະຫວ່າງສອງປະເທດຢ່າງຮອບດ້ານ, ຊຸກຍູ້ໃຫ້ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງອຸດສະເບກີສະຖານ-ຈີນກ້າວຂຶ້ນສູ່ລະດັບໃໝ່.