ການຮ່ວມມືດ້ານເສດຖະກິດລະຫວ່າງຈີນ ແລະອາກຊັງຕີນມີທ່າແຮງບົ່ມຊ້ອນອັນໃຫຍ່ຫຼວງ

2023-11-22 15:17:16 cri

 

ວັນທີ 21 ພະຈິກນີ້, ມີນັກຂ່າວໄດ້ອ້າງແຫຼ່ງຂ່າວຈາກສຳນັກຂ່າວສານຣັດເຊຍມາລາຍງານວ່າ: ທ່ານມອນດີໂນ ທີ່ເປິກສາວຽກງານຕ່າງປະເທດຂອງທ່ານຈາວິເອີ ມີໄລ ປະທານາທິບໍດີອາກຊັງຕິນຢືນຢັນວ່າ: ຈະຍຸດຕິການຮ່ວມມືກັບລັດຖະບານຈີນ. ທ່ານນາງເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມກ່ຽວກັບເລື່ອງນີ້ວ່າ:

 

“ເທົ່າທີ່ຂ້າພະເຈົ້າຮູ້, ເນື້ອໃນທີ່ທ່ານໄດ້ກ່າວມາແມ່ນແຕກຕ່າງຈາກເນື້ອໃນການໃຫ້ສຳພາດທີ່ເຜີຍແຜ່ຢູ່ໃນເວັບໄຊຂອງສຳນັກຂ່າວສານຣັດເຊຍ. ທ່ານມອນດີໂນໄດ້ໃຫ້ສຳພາດວ່າ: ວົງການພາຍນອກມີຄວາມເຂົ້າໃຈຜິດກ່ຽວກັບນະໂຍບາຍການຕ່າງປະເທດຂອງທ່ານມິໄລ ທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີອາກຊັງຕິນ, ບໍ່ມີປະເທດໃດສາມາດພັດທະນາການຮ່ວມມືດ້ານເສດຖະກິດ-ການຄ້າໂດຍປັດສະຈາກການພົວພັນຕ່າງປະເທດ, ໄດ້ຖ້າອາກຊັງຕິນຕັດສາຍພົວພັນກັບປະເທດໃຫຍ່ ຄື: ຈີນ ແລະເບຣຊິນ, ມັນຈະເປັນຄວາມຜິດພາດທີ່ໜັກໜ່ວງທາງການທູດຂອງອາກຊັງຕິນ. ຈີນແມ່ນຄູ່ການຄ້າທີ່ສຳຄັນຂອງອາກຊັງຕິນ, ລັດຖະບານອາກຊັງຕິນຊຸດໃໝ່ເອົາໃຈໃສ່ຕໍ່ການພົວພັນກັບຈີນ, ໂດຍສະເພາະແມ່ນການຮ່ວມມືດ້ານເສດຖະກິດ-ການຄ້າລະຫວ່າງສອງປະເທດ.”

 

ທ່ານນາງເໝົາໜິງກ່າວເນັ້ນວ່າ: ຈີນແມ່ນຄູ່ການຄ້າໃຫຍ່ອັນດັບ 2 ຂອງອາກຊັງຕິນ ແລະແມ່ນຕະຫຼາດສົ່ງອອກຜະລິດຕະພັນກະສິກຳໃຫຍ່ທີ່ສຸດ, ເສດຖະກິດຂອງສອງປະເທດມີການຄ້ຳຊູກັນຢ່າງໃຫຍ່ຫຼວງ ແລະມີທ່າແຮງບົ່ມຊ້ອນອັນໃຫຍ່ຫຼວງດ້ານການຮ່ວມມື, ຈີນຍິນດີຮ່ວມກັບອາກຊັງຕິນສືບຕໍ່ພະຍາຍາມຮ່ວມກັນ, ຊຸກຍູ້ການພົວພັນສອງປະເທດໃຫ້ໝັ້ນຄົງ ແລະກ້າວໄປໄກ.