ຍິນດີຕ້ອນຮັບບັນດາເພື່ອນມິດຈາກວົງການອຸດສາຫະກຳແລະການຄ້າແຕ່ລະປະເທດສືບຕໍ່ມາລົງທຶນຢູ່ຈີນ

2023-11-22 16:28:49 CRI

 

ວັນທີ 21 ພະຈິກນີ້, ທ່ານນາງເໝົາໜິງ, ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ສາເຫດທີ່ຈີນແມ່ນ “ທາງເລືອກທີ່ແນ່ນອນ” ຂອງວົງການອຸດສາຫະກຳແລະການຄ້າທົ່ວໂລກ, ແມ່ນເປັນຍ້ອນວ່າເສດຖະກິດຈີນມີຄວາມໝັ້ນໜຽວຫຼາຍ, ມີກຳລັງແຮງບົ່ມຊ້ອນຢ່າງໃຫຍ່ຫຼວງ, ມີພະລັງຊີວິດຊີວາຢ່າງພຽງພໍ, ຍ້ອນນະໂຍບາຍພື້ນຖານແຫ່ງຊາດທີ່ປະຕິຮູບແລະເປີດປະຕູສູ່ໂລກພາຍນອກຂອງຈີນ, ຍ້ອນຕະຫຼາດທີ່ມີຂະໜາດໃຫຍ່ທີ່ສຸດຂອງຈີນ.

 

ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງ, ທ່ານນາງເໝົາໜິງໄດ້ກ່າວເນັ້ນວ່າ: “ໃນໄລຍະເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການຮ່ວມມືເສດຖະກິດອາຊີປາຊີຟິກຫຼື APEC , ທ່ານສີຈິ້ນຜິງປະທານປະເທດຈີນກ່າວເນັ້ນໜັກອີກເທື່ອໃໝ່ວ່າ: ຈີນຈະສືບຕໍ່ປັບປຸງກົນໄກຮັກສາສິດແລະຜົນປະໂຫຍດດ້ານການລົງທຶນຂອງນັກທຸລະກິດຕ່າງປະເທດໃຫ້ສົມບູນຂຶ້ນກວ່າເກົ່າຢ່າງຕໍ່ເນື່ອງ, ຈະຫຼຸດຜ່ອນບັນຊີລາຍຊື່ທາງລົບດ້ານການອະນຸຍາດການລົງທຶນຂອງນັກທຸລະກິດຕ່າງປະເທດໃຫ້ໜອ້ຍລົງຕື່ມອີກ, ຮັບປະກັນໃຫ້ສິດສະເໝີພາບແກ່ວິສາຫະກິດການລົງທຶນຂອງນັກທຸລະກິດຕ່າງປະເທດຢ່າງຮອບດ້ານ. ການສົ່ງສັນຍານຢ່າງຈະແຈ້ງຮຸນແຮງຂອງການເປີດກວ້າງການເປີດປະຕູສູ່ພາຍນອກທີ່ມີລະດັບສູງຂອງຈີນຄັ້ງນີ້.“ຈີນ”ໃນບາດກ້າວຕໍ່ໄປ, ຍັງແມ່ນຈີນຄືເກົ່າ. ຍິນດີຕ້ອນຮັບບັນດາເພື່ອນມິດຈາກວົງການອຸດສາຫະກຳແລະການຄ້າແຕ່ລະປະເທດສືບຕໍ່ມາລົງທຶນຢູ່ຈີນແລະພັດທະນາຢ່າງເລິກເຊິ່ງຢູ່ຈີນ.”