ນາຍົກລັດຖະມົນຕີຈີນເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳກຸ່ມ G20 ຜ່ານທາງວິດີໂອ ແລະກ່າວຄຳປາໄສ

2023-11-23 14:15:30 cri

 

ຕອນຄ່ຳວັນທີ 22 ພະຈິກນີ້, ທ່ານຫຼີ້ສຽງ ນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳກຸ່ມ G20 ຜ່ານທາງວິດີໂອ ແລະກ່າວຄຳປາໄສຢູ່ນະຄອນຫຼວງປັກກິ່ງ.

 

ທ່ານກ່າວວ່າ: ປັດຈຸບັນນີ້, ເສັ້ນທາງຟື້ນຟູເສດຖະກິດໂລກຍັງມີຄວາມຫຍຸ້ງຍາກຫຼາຍ. ດັ່ງທີ່ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຊີ້ໃຫ້ເຫັນວ່າ: ປະເທດສະມາຊິກກຸ່ມ G20 ລ້ວນແຕ່ແມ່ນປະເທດໃຫຍ່ຂອງພາກພື້ນ ແລະຂອງໂລກ, ຄວນສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບຂອງປະເທດໃຫຍ່ ແລະເສີມຂະຫຍາຍບົດບາດເປັນແບບຢ່າງນຳໜ້າ. ພວກເຮົາຕ້ອງສືບຕໍ່ຍຶດໝັ້ນການພັດທະນາເປັນບຸລິມະສິດ, ຖືເອົາການຮ່ວມມືເພື່ອການພັດທະນາໄວ້ຢູ່ໃນຖານະທີ່ພົ້ນເດັ່ນ, ເລັ່ງລັດເຮັດໃຫ້ເສດຖະກິດໂລກຂະຫຍາຍຕົວຢ່າງເຂັ້ມແຂງ, ຍືນຍົງ, ດຸນດ່ຽງ ແລະກວມລວມ, ຄັດຄ້ານການຫັນບັນຫາການພັດທະນາເປັນບັນຫາການເມືອງ ແລະຂະຫຍາຍນິຍາມຄວາມໝັ້ນຄົງແບບທົ່ວທີບ. ຕ້ອງນຳໃຊ້ມາດຕະການຕົວຈິງຫຼາຍກວ່າເກົ່າ ແລະບັນລຸຜົນໄດ້ຮັບຕົວຈິງຢ່າງບໍ່ຢຸດຢັ້ງ. ຕ້ອງປະສານສົມທົບຢ່າງແໜ້ນແຟ້ນຍິ່ງຂຶ້ນ, ຟື້ນຟູລັດທິຫຼາຍຝ່າຍໃຫ້ເຂັ້ມແຂງຄືນໃໝ່, ເອົາໃຈໃສ່ຄວາມສົນໃຈຂອງປະເທດພວມພັດທະນາຕື່ມອີກໃນການປະຕິຮູບອົງການຫຼາຍຝ່າຍ.

 

ກອງປະຊຸມຄັ້ງນີ້ມີຜູ້ນຳປະເທດສະມາຊິກກຸ່ມ G20, ຜູ້ນຳປະເທດຮັບເຊີນ ແລະຜູ້ຮັບຜິດຊອບອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງໄດ້ເຂົ້າຮ່ວມກອງປະຊຸມ. ທ່ານນາເຣນດຣາ ດາໂມດາດັສ ໂມດີ ນາຍົກລັດຖະມົນຕີອິນເດຍທີ່ເປັນປະເທດປະທານໝູນວຽນຂອງກຸ່ມ G20 ໃນປີນີ້ໄດ້ເປັນປະທານຈັດກອງປະຊຸມ.