ທ່ານ ສີຈິ້ນຜິງ ສົ່ງໂທລະເລກຊົມເຊີຍເຖິງທ່ານ ໂຈເຊັຟ ນູມາ ບົວຄາຍ ທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີລີເບຣີຄົນໃໝ່

2023-11-23 15:49:35 cri

      ວັນທີ 21 ພະຈິກນີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງໂທລະເລກຊົມເຊີຍເຖິງທ່ານ ໂຈເຊັຟ ນູມາ ບົວຄາຍ ເພື່ອຊົມເຊີຍທ່ານໄດ້ຮັບເລືອກຕັ້ງເປັນປະທານາທິບໍດີລີເບຣີຄົນໃໝ່.


      ເນື້ອໃນໂທລະເລກຊົມເຊີຍຂອງທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ພາຍໃຕ້ການຊຸກຍູ້ຂອງທ່ານ, ວົງການຕ່າງໆຂອງລີເບຣີໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບອັນສຳຄັນກ່ຽວກັບການຍຶດໝັ້ນຫຼັກການປະເທດຈີນດຽວ, ຈີນສະແດງຄວາມຍ້ອງຍໍຊົມເຊີຍ. ປະຊາຊົນສອງປະເທດໄດ້ຮ່ວມມືກັນຕໍ່ຕ້ານກັບພະຍາດອີໂບລາແລະພະຍາດໂຄວິດ-19, ໄດ້ດຳເນີນການຮ່ວມມືທີ່ມີປະສິດທິຜົນໃນຂົງເຂດການພັດທະນາເສດຖະກິດ-ສັງຄົມ, ໄດ້ສ້າງມິດຕະພາບຢ່າງເລິກເຊິ່ງ. ຂ້າພະເຈົ້າໃຫ້ຄວາມສຳຄັນໃນລະດັບສູງຕໍ່ການພັດທະນາການພົວພັນລະຫວ່າງຈີນ-ລີເບຣີ,ຍິນດີຮ່ວມກັບທ່ານພະຍາຍາມລົງເລິກໄມຕີຈິດມິດຕະພາບແລະຄວາມໄວ້ເນື້ອເຊື່ອໃຈກັນລະຫວ່າງສອງປະເທດ,ເພີ່ມທະວີການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດເພື່ອສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງປະເທດຫຼາຍກວ່າເກົ່າ.