ລັດຖະມົນຕີການຕ່າງປະເທດຝຣັ່ງຈະເດີນທາງມາຢ້ຽມຢາມຈີນເປັນຄັ້ງທຳອິດ

2023-11-23 13:04:51 CRI

 

ວັນທີ 22 ພະຈິກນີ້, ທ່ານນາງເໝົາໜິງ,ໂຄສົກກະຊວງການຕ່າງປະເທດຈີນປະກາດວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງທ່ານຫວາງຢີ້, ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນ,ທ່ານນາງແຄດເທີຣີນ ໂກລອນນາລັດຖະມົນຕີກະຊວງການຕ່າງປະເທດຝຣັ່ງຈະເດີນທາງມາຢ້ຽມຢາມຈີນລະຫວ່າງວັນທີ 23 ຫາ 24 ພະຈິກນີ້ແລະຈະຈັດກອງປະຊຸມຄົບຄະນະຄັ້ງທີ 6 ຂອງກົນໄກແລກປ່ຽນວັດທະນະທຳລະດັບສູງລະຫວ່າງຈີນ-ຝຣັ່ງ.

 

ທ່ານນາງເໝົາໜິງເປີດເຜີຍວ່າ: ໃນໄລຍະຢ້ຽມຢາມຈີນຂອງທ່ານນາງແຄດເທີຣີນ ໂກລອນນາ, ທ່ານຫຼີ້ສຽງ, ນາຍົກລັດຖະມົນຕີຈີນຈະຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ, ທ່ານຫວາງຢີ້, ຈະຮ່ວມກັບທ່ານນາງແຄດເທີຣີນ ໂກລອນນາຈັດກອງປະຊຸມຄົບຄະນະຄັ້ງທີ 6 ຂອງກົນໄກແລກປ່ຽນວັດທະນະທຳລະດັບສູງລະຫວ່າງຈີນ-ຝຣັ່ງ, ພ້ອມທັງຈະເຂົ້າຮ່ວມທຸກກິດຈະກຳທີ່ກ່ຽວຂ້ອງ, ຈັດການພົບປະເຈລະຈາແລະຮ່ວມກັນຖະແຫຼງຂ່າວ.