ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງງານວາງສະແດງການຄ້າດີຈີຕອນໂລກຄັ້ງທີ 2

2023-11-23 14:38:21 cri

 

ວັນທີ 23 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍເຖິງງານວາງສະແດງການຄ້າດີຈີຕອນໂລກຄັ້ງທີ 2.

 

ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງລະບຸວ່າ: ປັດຈຸບັນນີ້, ການຄ້າດີຈີຕອນໂລກພັດທະນາໄປຢ່າງຟົດຟື້ນ, ໄດ້ກາຍເປັນຈຸດເດັ່ນໃໝ່ໃນການຄ້າສາກົນ. ໃນຊຸມປີຜ່ານມານີ້, ຈີນໄດ້ຕັ້ງໜ້າເຊື່ອມໂຍງເຂົ້າກັບກົດລະບຽບເສດຖະກິດ-ການຄ້າສາກົນທີ່ມີມາດຕະຖານສູງ, ສ້າງຕັ້ງ ແລະປັບປຸງລະບົບການຄຸ້ມຄອງການຄ້າດີຈີຕອນໃຫ້ສົມບູນຂຶ້ນ, ຊຸກຍູ້ການປະຕິຮູບ, ການປະດິດສ້າງໃໝ່ ແລະການພັດທະນາການຄ້າດີຈີຕອນ, ນຳເອົາການພັດທະນາໃໝ່ຂອງຈີນມາສະໜອງໂອກາດໃໝ່ໃຫ້ກັບໂລກຢ່າງບໍ່ຢຸດຢັ້ງ. ຫວັງວ່າບັນດາຝ່າຍຈະນຳໃຊ້ເວທີງານວາງສະແດງການຄ້າດີຈີຕອນໂລກຢ່າງເຕັມສ່ວນ, ຮ່ວມກັນເປິກສາຫາລືການຮ່ວມມື, ຮ່ວມກັນຊຸກຍູ້ການພັດທະນາ ແລະຮ່ວມກັນແບ່ງປັນຜົນໄດ້ຮັບ, ຮ່ວມກັນສ້າງການຄ້າດີຈີຕອນໃຫ້ເປັນຫົວຈັກໃໝ່ທີ່ຂັບເຄື່ອນການພັດທະນາຮ່ວມກັນ, ເພີ່ມແຮງຂັບເຄື່ອນໃໝ່ເຂົ້າໃນການເຕີບໂຕຂອງເສດຖະກິດໂລກ.

 

ງານວາງສະແດງການຄ້າດີຈີຕອນໂລກຄັ້ງທີ 2 ຈັດຂຶ້ນຢູ່ນະຄອນຫາງໂຈ່ວແຂວງເຈີ້ຈ່ຽງຈີນໃນວັນທີ 23 ພະຈິກນີ້ພາຍໃຕ້ຫົວຂໍ້ “ການຄ້າດີຈີຕອນ ເຊື່ອມຕໍ່ກັບໂລກ”.