ປີກາຍນີ້, ມູນຄ່າການນໍາເຂົ້າ ແລະ ສົ່ງອອກດ້ານການບໍລິການທີ່ສາມາດມອບຮັບຜ່ານທາງດີຈີຕອນໄດ້ຂອງຈີນບັນລຸເຖິງ 372,71 ຕື້ໂດລາ

2023-11-24 14:53:07 CRI

 

   ງານວາງສະແດງການຄ້າດີຈີຕອນໂລກຄັ້ງທີ 2 ໄດ້ໄຂຂຶ້ນຢູ່ນະຄອນຫາງໂຈ່ວແຂວງເຈີ້ຈ່ຽງຈີນໃນວັນທີ 23 ພະຈິກນີ້. ໃນພິທີໄຂງານ, ກະຊວງການຄ້າຈີນໄດ້ເຜີຍແຜ່ “ບົດລາຍງານການພັດທະນາການຄ້າດີຈີຕອນຂອງຈີນປະຈໍາປີ 2022”. ບົດລາຍງານສະແດງໃຫ້ເຫັນວ່າ: ໃນປີ 2022 ຜ່ານມາ, ຍອດມູນຄ່າການນໍາເຂົ້າ ແລະ ສົ່ງອອກດ້ານການບໍລິການທີ່ສາມາດມອບຮັບຜ່ານທາງດີຈີຕອນໄດ້ຂອງຈີນແມ່ນບັນລຸເຖິງ 372,71 ຕື້ໂດລາ, ເພີ່ມຂຶ້ນ 3,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021 ເຊິ່ງເປັນລະດັບສູງສຸດໃນປະຫວັດສາດ. ໃນນັ້ນ, ມູນຄ່າການສົ່ງອອກບັນລຸ 210,54 ຕື້ໂດລາ, ເພີ່ມຂຶ້ນ 7,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.