ທ່ານ ສີຈິ້ນຜິງ ສົ່ງສານຊົມເຊີຍເຖິງເວທີເປິກສາຫາລືຊຽງໄຮ້ຂອງກອງປະຊຸມຈີນວິທະຍາຂອງໂລກ

2023-11-24 14:48:13 CRI

   ວັນທີ 24 ພະຈິກນີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນສົ່ງສານຊົມເຊີຍເຖິງເວທີເປິກສາຫາລືຊຽງໄຮ້ຂອງກອງປະຊຸມຈີນວິທະຍາຂອງໂລກ.


   ເນື້ອໃນສານຊົມເຊີຍຂອງທ່ານ ສີຈິ້ນຜິງ ຊີ້ອອກວ່າ: ອະລິຍະທໍາຈີນມີມູນເຊື້ອມາແຕ່ດົນນານ, ໄດ້ຮັບການພັດທະນາຢ່າງອຸດົມສົມບູນໃນການແລກປ່ຽນ ແລະ ຖອດຖອນບົດຮຽນກັບອະລິຍະທໍາອື່ນໆຢູ່ໃນໂລກ ເຊິ່ງໄດ້ສ້າງພື້ນຖານທີ່ໜ້າແໜ້ນໃຫ້ແກ່ຄວາມທັນສະໄໝແບບຈີນ. ຄົ້ນຫາແຫຼ່ງກໍາເນີດຂອງປະຫວັດສາດຈຶ່ງຈະສາມາດເຂົ້າໃຈໂລກປັດຈຸບັນໄດ້, ຄົ້ນຫາພື້ນຖານຂອງວັດທະນະທໍາຈຶ່ງຈະສາມາດຮັບຮູ້ຈີນໃນປັດຈຸບັນໄດ້, ມີການຖອດຖອນບົດຮຽນກັບອະລິຍະທໍາອື່ນໆຈຶ່ງຈະສາມາດບັນລຸຄວາມກ້າວໜ້າພ້ອມກັນໄດ້. ຫວັງວ່າຜູ້ຊ່ຽວຊານ ແລະ ນັກວິຊາການປະເທດຕ່າງໆຈະເປັນທູດທີ່ເຊື່ອມຕໍ່ອະລິຍະທໍາຈີນກັບໂລກ, ຍຶດໝັ້ນຄວາມກວມລວມ ແລະ ເປີດກວ້າງ, ຊຸກຍູ້ການຄົ້ນຄວ້າຈີນວິທະຍາຂອງໂລກ, ຊຸກຍູ້ການແລກປ່ຽນ ແລະ ຖອດຖອນບົດຮຽນລະຫວ່າງອະລິຍະທໍາຕ່າງໆຢ່າງບໍ່ຢຸດຢັ້ງ, ເພີ່ມກໍາລັງແຮງດ້ານແນວຄິດ ແລະ ວັດທະນະທໍາວັດທະນະທໍາເຂົ້າໃນອະລິຍະທໍາໂລກໃຫ້ມີຄວາມຈະເລີນຮຸ່ງເຮືອງ.


   ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 24 ພະຈິກນີ້ພາຍໃຕ້ຫົວຂໍ້ “ອະລິຍະທໍາຈີນ ແລະ ເສັ້ນທາງຈີນພາຍໃຕ້ສາຍຕາທົ່ວໂລກ”.