ຈີນສຸມໃສ່ຮ່ວມກັບບັນດາປະເທດສ້າງລະບົບຕ່ອງໂສ້ການຜະລິດ ແລະການສະໜອງທົ່ວໂລກທີ່ໝັ້ນຄົງ

2023-11-24 16:33:35 cri

 

ວັນທີ 23 ພະຈິກນີ້, ທ່ານນາງເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ຈີນແມ່ນປະເທດທີ່ໄດ້ຮັບຜົນປະໂຫຍດ ແລະປົກປັກຮັກສາການພັດທະນາແບບປະສານສົມທົບຂອງລະບົບຕ່ອງໂສ້ການສະໜອງທົ່ວໂລກ. ພວກເຮົາຈະຍຶດໝັ້ນການເປີດປະຕູສູ່ພາຍນອກທີ່ມີລະດັບສູງ, ຮ່ວມກັບບັນດາປະເທດສ້າງລະບົບຕ່ອງໂສ້ການຜະລິດ ແລະການສະໜອງທົ່ວໂລກທີ່ໝັ້ນຄົງໂລ່ງລ່ຽນ, ມີປະສິດທິພາບສູງ ແລະຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

 

ຕາມຂ່າວແຈ້ງໃຫ້ຮູ້ວ່າ: ງານວາງສະແດງສົ່ງເສີມລະບົບຕ່ອງໂສ້ການສະໜອງສາກົນຈີນຄັ້ງທຳອິດຈະຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນອາທິດໜ້າ. ນີ້ແມ່ນງານວາງສະແດງລະດັບຊາດຄັ້ງທຳອິດໃນທົ່ວໂລກກ່ຽວກັບຕ່ອງໂສ້ການສະໜອງ, ແມ່ນເວທີເປີດກວ້າງທີ່ຈີນສ້າງຂຶ້ນເພື່ອປົກປັກຮັກສາຕ່ອງໂສ້ການຜະລິດ ແລະການສະໜອງທົ່ວໂລກໃຫ້ໝັ້ນຄົງ ແລະໂລ່ງລ່ຽນ. ມີວິສາຫະກິດຈີນ ແລະຕ່າງປະເທດຫຼາຍກວ່າ 500 ແຫ່ງຈາກ 55 ປະເທດ ແລະເຂດແຄວ້ນຢືນຢັນຈະເຂົ້າຮ່ວມງານວາງສະແດງຄັ້ງນີ້ ລວມທັງວິສາຫະກິດຫຼາຍແຫ່ງໃນຈຳນວນ 500 ບໍລິສັດທີ່ເຂັ້ມແຂງທີ່ສຸດຢູ່ໃນໂລກ ແລະວິສາຫະກິດແຖວໜ້າຂອງລະບົບຕ່ອງໂສ້ການສະໜອງທົ່ວໂລກ.