ທ່ານຕິ່ງເຊ່ສຽງ ຮອງນາຍົກລັດຖະມົນຕີຈີນ ຜູ້ຕາງໜ້າພິເສດຂອງທ່ານສີຈິ້ນຜິງຈະເດີນທາງໄປສະຫະລັດອາຣັບເອມີເຣດເພື່ອເຂົ້າຮ່ວມກອງປະຊຸມສຸດຍອດການເຄື່ອນໄຫວດ້ານດິນຟ້າອາກາດໂລກ

2023-11-24 17:48:18 cri

ວັນທີ24ພະຈິກນີ້, ທ່ານນາງເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ປະກາດວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງທ່ານໂມຮາເມັດບິນ ຊາເຢັດ ອານນາຢານ  ປະທານາທິບໍດີສະຫະລັດອາຣັບເອມີເຣດ, ທ່ານຕິ່ງເຊ່ສຽງ ກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ ຮອງນາຍົກລັດຖະມົນຕີຈີນ ຜູ້ຕາງໜ້າພິເສດຂອງທ່ານສີຈິ້ນຜິງ ປະທານປະເທດຈີນ ຈະເດີນທາງໄປສະຫະລັດອາຣັບເອມີເຣດເພື່ອເຂົ້າຮ່ວມກອງປະຊຸມສຸດຍອດການເຄື່ອນໄຫວດ້ານດິນຟ້າອາກາດໂລກລະຫວ່າງວັນທີ30ພະຈິກນີ້ຫາວັນທີ2ທັນວາໜ້ານີ້.