ໂຣງໄຟຟ້າຟູກູຊິມະຍີ່ປຸ່ນລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລເປັນເວລາ 3 ເດືອນ, ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ປະຊາຄົມໂລກຮຽກຮ້ອງຢ່າງຮີບດ່ວນໃຫ້ສ້າງແຜນການຕິດຕາມກວດກາສາກົນໄລຍະຍາວ ແລະມີປະສິດທິຜົນ

2023-11-24 15:24:02 cri

 

ບໍລິສັດພະລັງງານໄຟຟ້າໂຕກຽວຍີ່ປຸ່ນໄດ້ລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລມາເປັນເວລາ 3 ເດືອນແລ້ວ. ວັນທີ 23 ພະຈິກນີ້, ທ່ານນາງເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ໄປຄຽງຄູ່ກັບນ້ຳປົນເປື້ອນລັງສີນິວເຄລຍນັບມື້ນັບຫຼາຍຖືກລະບາຍລົງສູ່ທະເລ, ປະຊາຄົມໂລກຮຽກຮ້ອງຢ່າງຮີບດ່ວນໃຫ້ສ້າງແຜນການຕິດຕາມກວດກາສາກົນໄລຍະຍາວ ແລະມີປະສິດທິຜົນ.

 

ໃນເວລາຕອບຄຳຖາມກ່ຽວກັບຈີນຈະມີສ່ວນຮ່ວມກັບອົງການພະລັງງານປະລະມານູສາກົນໃນການຕິດຕາມຂະບວນການລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຂອງໂຣງໄຟຟ້າຟູກູຊິມະຍີ່ປຸ່ນຫຼືບໍ່? ທ່ານນາງເໝົາໜິງຕອບວ່າ: ຍີ່ປຸ່ນຄວນຕອບສະໜອງຕໍ່ຄວາມສົນໃຈຂອງປະຊາຄົມໂລກດ້ວຍທ່າທີເຄັ່ງຂຶມ ແລະຈິງຈັງ, ແກ້ໄຂບັນຫານ້ຳປົນເປື້ອນລັງສີນິວເຄລຍດ້ວຍວິທີມີຄວາມຮັບຜິດຊອບ, ປະສານສົມທົບຢ່າງຮອບດ້ານໃນການສ້າງຕັ້ງແຜນການຕິດຕາມກວດກາສາກົນໄລຍະຍາວ ແລະມີປະສິດທິຜົນ ໂດຍມີບັນດາປະເທດທີ່ມີຜົນປະໂຫຍດກ່ຽວຂ້ອງ ເຊັ່ນ: ປະເທດທີ່ຢູ່ໃກ້ຄຽງຍີ່ປຸ່ນເຂົ້າຮ່ວມຕົວຈິງ, ປ້ອງກັນການລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລເຮັດໃຫ້ເກີດຜົນກະທົບທີ່ບໍ່ສາມາດແກ້ໄຂໄດ້.