ທ່ານຫຼີສຽງຈະເຂົ້າຮ່ວມພິທີໄຂງານວາງສະແດງສົ່ງເສີມຕ່ອງໂສ້ການສະໜອງສາກົນຈີນຄັ້ງທຳອິດພ້ອມທັງຈະກ່າວຄຳປາໄສ

2023-11-24 15:17:54 CRI

 

ວັນທີ 24 ພະຈິກນີ້, ທ່ານຈ່າງຊ້າວກ່າງ, ຮອງປະທານສະພາສົ່ງເສີມການຄ້າຈີນປະກາດວ່າ: ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນຈະເຂົ້າຮ່ວມພິທີໄຂງານວາງສະແດງສົ່ງເສີມຕ່ອງໂສ້ການສະໜອງສາກົນຈີນຄັ້ງທຳອິດ ທັງເປັນເວທີເປິກສາຫາລືການພັດທະນາທີ່ມີການປະດິດສ້າງໃໝ່ຂອງຕ່ອງໂສ້ການສະໜອງທົ່ວໂລກແລະຈະເຂົ້າຮ່ວມກິດຈະກຳທີ່ກ່ຽວຂ້ອງ, ພ້ອມທັງຈະກ່າວຄຳປາໄສ.