ເຜີຍແຜ່ບົດລາຍງານກ່ຽວກັບການຈ້ອງມອງເບິ່ງການພັດທະນາໃນໄລຍະ 10 ປີຕໍ່ໜ້າຂອງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”

2023-11-25 16:03:24 cri


ຫວ່າງມໍ່ໆມານີ້, ຫ້ອງການໜ່ວຍງານນຳພາວຽກງານການຊຸກຍູ້ການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ເຜີຍແຜ່ບົດລາຍງານກ່ຽວກັບວິໄສທັດ ແລະ ການປະຕິບັດງານວ່າດ້ວຍການຊຸກຍູ້ໃຫ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ພັດທະນາໄປດ້ວຍຄຸນນະພາບສູງກ້າວລົງສູ່ລວງເລິກ ແລະ ຕິດແທດຕົວຈິງຢ່າງເດັດດ່ຽວໜຽວແໜ້ນ ກໍຄືການຈ້ອງມອງເບິ່ງການພັດທະນາໃນໄລຍະ 10 ປີຕໍ່ໜ້າຂອງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”. ເນື້ອໃນບົດລາຍງານລະບຸວ່າ: ໃນໄລຍະ 10 ປີຕໍ່ໜ້ານີ້, ຈະສ້າງກົນໄກເຊື່ອມຕໍ່ ແລະ ແລກປ່ຽນດ້ານນະໂຍບາຍທີ່ມີຫຼາຍລະດັບລະຫວ່າງລັດຖະບານ.

ໃນໄລຍະ 10 ປິຕໍ່ໜ້ານີ້, ຈີນຈະລົງເລິກການຮ່ວມມືກັບອົງການເພື່ອການສຶກສາ, ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ ຫຼື UNESCO ຕື່ມອີກ, ສືບຕໍ່ຮ່ວມມືກັບອົງການ UNESCO ຈັດກອງປະຊຸມເວທີເປິກສາຫາລືຫົວຄິດປະດິດສ້າງຂອງຊາວໜຸ່ມ ແລະ ມໍລະດົກ “ໜຶ່ງແລວໜຶ່ງເສັ້ນທາງ” , ຮ່ວມມືດຳເນີນແຜນການຊ່ວຍເຫຼືອນັກວິຊາການໜຸ່ມຕາມເສັ້ນທາງສາຍໄໝ. ສືບຕໍ່ສ້າງໂຄງປະກອບການຮ່ວມມືສາກົນແບບປະສົມທີ່ຖືເອົາກອງປະຊຸມເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ເປັນການນຳພາ ແລະ ຖືເອົາກົນໄກການຮ່ວມມືສອງຝ່າຍ, ສາມຝ່າຍ ແລະ ຫຼາຍຝ່າຍເປັນການຄ້ຳປະກັນ.

ເພີ່ມທະວີການແລກປ່ຽນ ແລະ ເປິກສາຫາລືທີ່ມີຫຼາຍລະດັບກັບປະເທດທີ່ມີສ່ວນຮ່ວມໂດຍຜ່ານຫຼາຍຊ່ອງທາງ, ຊຸກຍູ້ການເຊັນເອກະສານການຮ່ວມມືກ່ຽວກັບການຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ” ກັບປະເທດ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງຢ່າງໝັ້ນທ່ຽງ ແລະ ມີລະບຽບແບບແຜນ, ຊຸກຍູ້ການເປີດປະຕູສູ່ພາຍນອກດ້ານ ມາດຕະຖານ ແລະ ລະບຽບການ, ຮັບປະກັນໃຫ້ວິສາຫະກິດ ທຶນຕ່າງປະເທດສາມາດເຂົ້າຮ່ວມການວາງມາດຕະຖານຂອງຈີນຕາມກົດໝາຍ.