ເວທີເປິກສາຫາລືຊຽງໄຮ້ຂອງກອງປະຊຸມຈີນວິທະຍາຂອງໂລກໄຂຂຶ້ນຢູ່ນະຄອນຊຽງໄຮ້

2023-11-25 13:12:54 CRI

 

   ວັນທີ 24 ພະຈິກນີ້, ເວທີເປິກສາຫາລືຊຽງໄຮ້ຂອງກອງປະຊຸມຈີນວິທະຍາຂອງໂລກໄດ້ໄຂຂຶ້ນຢູ່ນະຄອນຊຽງໄຮ້ ສປ ຈີນ ພາຍໃຕ້ຫົວຂໍ້ “ອະລິຍະທໍາຈີນ ແລະ ເສັ້ນທາງຈີນພາຍໃຕ້ສາຍຕາທົ່ວໂລກ”. ທ່ານ ຫຼີຊູເຫຼີຍ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນໄດ້ເຂົ້າຮ່ວມພິທີໄຂ ແລະ ອ່ານຈົດໝາຍຊົມເຊີຍຂອງທ່ານ ສີຈິ້ນຜິງ ປະທານປະເທດຈີນ ພ້ອມທັງກ່າວຄຳປາໄສ.


   ໃນໂອກາດນີ້, ແຂກຮັບເຊີນທັງພາຍໃນແລະຕ່າງປະເທດເຫັນວ່າ: ເນື້ອໃນຈົດໝາຍຊົມເຊີຍຂອງທ່ານປະທານສີຈິ້ນຜິງໄດ້ບັນລະຍາຍເຖິງຄວາມໝາຍສໍາຄັນຂອງການຄົ້ນຄວ້າຈີນວິທະຍາຢ່າງເລິກເຊິ່ງ, ພ້ອມທັງໄດ້ສ່ອງແສງໃຫ້ເຫັນເຖິງຄວາມປາດຖະໜາຂອງຜູ້ຊ່ຽວຊານ ແລະ ນັກວິຊາການປະເທດຕ່າງໆໃນການກາຍເປັນທູດເຊື່ອມຕໍ່ອະລິຍະທໍາຈີນເຂົ້າກັບໂລກ ເຊິ່ງໄດ້ໃຫ້ຄໍາຊີ້ນໍາອັນສໍາຄັນແກ່ການຊຸກຍູ້ການແລກປ່ຽນ ແລະ ຖອດຖອນບົດຮຽນລະຫວ່າງອະລິຍະທໍາຕ່າງໆ ກໍຄືການຊຸກຍູ້ໃຫ້ຈີນວິທະຍາຂອງໂລກໄດ້ຮັບການພັດທະນາຢ່າງຮຸ່ງເຮືອງນໍາອີກ.


   ແຂກຮັບເຊີນທັງພາຍໃນແລະຕ່າງປະເທດກ່າວຕື່ມວ່າ: ຄ່ຽງຄູ່ກັບການແລກປ່ຽນ ແລະ ການເຊື່ອມໂຍງກັນລະຫວ່າງຈີນກັບໂລກນັບມື້ນັບລົງສູ່ລວງເລິກ, ພວກເຮົາຄວນຄົ້ນຄວ້າອະລິຍະທໍາຈີນພາຍໃຕ້ສາຍຕາທົ່ວໂລກ, ພ້ອມທັງເປິກສາຫາລືໂດຍຈັດເອົາຄວາມທັນສະໄໝແບບຈີນເຂົ້າໃນຂະບວນການແຫ່ງການພັດທະນາສັງຄົມຂອງມວນມະນຸດ, ເລີ່ມຕົ້ນຈາກມຸມມອງການເຄົາລົບຄວາມຫຼາກຫຼາຍດ້ານອະລິຍະທໍາ, ຮັບມືກັບສິ່ງທ້າທາຍທົ່ວໂລກ ກໍຄືຊຸກຍູ້ການແລກປ່ຽນ ແລະ ຖອດຖອນບົດຮຽນລະຫວ່າງອະລິຍະທໍາຕ່າງໆ, ສະໜອງແນວຄິດໃໝ່ ແລະ ແຮງບັນດານໃຈໃໝ່ໃຫ້ແກ່ການສືບທອດ, ພັດທະນາ ແລະ ການປະດິດສ້າງອະລິຍະທໍາທີ່ແຕກຕ່າງກັນດ້ວຍການລົງເລິກຄົ້ນຄວ້າຈີນວິທະຍາຢ່າງບໍ່ຢຸດຢັ້ງ ເພື່ອປະກອບສ່ວນດ້ານສະຕິປັນຍາເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດໃຫ້ຫຼາຍກວ່າເກົ່າ.