ຈີນເຜີຍແຜ່ເວທີແຫ່ງຊາດດ້ານການບໍລິການຂໍ້ມູນສຳຫຼວດໄລຍະໄກ ແລະການປະຍຸກສະບັບສາກົນ

2023-11-26 16:27:01 cri

 

ວັນທີ 25 ພະຈິກນີ້, ອົງການການບິນອະວະກາດແຫ່ງຊາດຈີນໄດ້ເຜີຍແຜ່ “ເວທີແຫ່ງຊາດດ້ານການບໍລິການຂໍ້ມູນສຳຫຼວດໄລຍະໄກ ແລະການປະຍຸກສະບັບສາກົນ” ໃນເວທີເປິກສາຫາລືການບິນ ແລະການບິນອະວະກາດສາກົນເວີນຊ່າງ 2023. ມະຫາວິທະຍາໄລແຫ່ງຊາດລາວ, ມະຫາວິທະຍາໄລອາເນີຣູດຈາກນອສບັງກະລາເດັດ, ສະຖາບັນຄົ້ນຄວ້າບີໂອຊັນເຊແຊັກບີ ແລະສູນຄົ້ນຄວ້າ ແລະເຕັກໂນໂລຊີອະວະກາດແຫ່ງຊາດກາຊັກສະຖານກາຍເປັນໜ່ວຍງານຜູ້ນຳໃຊ້ຊຸດທຳອິດ.

 

ເພື່ອຍົກສູງການປະກອບສ່ວນ ແລະການເຂົ້າເຖິງຂໍ້ມູນສຳຫຼວດໄລຍະໄກຂອງຈີນສຳລັບບັນດາປະເທດຢູ່ໃນໂລກ ໂດຍສະເພາະແມ່ນປະເທດພວມພັດທະນາ, ອົງການການບິນອະວະກາດແຫ່ງຊາດຈີນໄດ້ສ້າງ “ເວທີແຫ່ງຊາດດ້ານການບໍລິການຂໍ້ມູນສຳຫຼວດໄລຍະໄກ ແລະການປະຍຸກສະບັບສາກົນ”, ເພີ່ມທະວີການເປີດກວ້າງ ແລະແບ່ງປັນຂໍ້ມູນຕິດຕາມວັດແທກພື້ນທີ່ໜ່ວຍໂລກ, ລົງເລິກການຮ່ວມມືສາກົນ, ຮ່ວມກັນຮັບມືກັບສິ່ງທ້າທາຍໃນທົ່ວໂລກຈາກສິ່ງແວດລ້ອມ, ຊັບພະຍາກອນ ແລະດິນຟ້າອາກາດ.