ລັດຖະມົນຕີກະຊວງການຕ່າງປະເທດຈີນພົບປະກັບລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ

2023-11-26 16:29:09 cri

 

ວັນທີ 25 ພະຈິກນີ້, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານນາງຢູໂກ ຄາວະກະມິ ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດຈີນ, ຍີ່ປຸ່ນ ແລະສ.ເກົາຫຼີຢູ່ນະຄອນບູຊານປະເທດສ.ເກົາຫຼີ.

 

ທ່ານຫວາງຢີ້ກ່າວວ່າ: ທ່ານສີຈິ້ນຜິງ ປະທານປະເທດຈີນເຄີຍຊີ້ໃຫ້ເຫັນວ່າ: ການຢູ່ຮ່ວມກັນໂດຍສັນຕິ, ມີມິດຕະພາບທີ່ໝັ້ນຄົງຖາວອນ, ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະການພັດທະນາຮ່ວມກັນແມ່ນສອດຄ່ອງກັບຜົນປະໂຫຍດພື້ນຖານຂອງປະຊາຊົນສອງຊາດຈີນ ແລະຍີ່ປຸ່ນ. ສະນັ້ນ, ສອງຝ່າຍຕ້ອງຈັດຕັ້ງປະຕິບັດການພົວພັນຍຸດທະສາດແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໃຫ້ໄດ້ຮັບຜົນປະໂຫຍດຕົວຈິງ, ວາງແຜນການດຳເນີນງານ ແລະຕາຕະລາງເວລາທີ່ກ່ຽວຂ້ອງ.

 

ທ່ານນາງຄາວະກະມິກ່າວຢືນຢັນວ່າ: ຍີ່ປຸ່ນຍິນດີປະສານງານຢ່າງແໜ້ນແຟ້ນກັບຈີນ, ເພີ່ມທະວີການແລກປ່ຽນສົນທະນາກັນ, ຊຸກຍູ້ການພົວພັນຍີ່ປຸ່ນ-ຈີນໃຫ້ພັດທະນາກ້າວໄປຂ້າງໜ້າຕາມທິດຊີ້ນຳຂອງຜູ້ນຳສອງປະເທດ.

 

ສອງຝ່າຍຍິນດີຕັ້ງໜ້າເປິກສາຫາລືການຈັດກອງປະຊຸມສົນທະນາດ້ານເສດຖະກິດລະດັບສູງຮອບໃໝ່ ແລະກອງປະຊຸມກົນໄກເປິກສາຫາລືລະດັບສູງດ້ານການແລກປ່ຽນວັດທະນະທຳ, ຈັດການເຈລະຈາຍຸດທະສາດຈີນ-ຍີ່ປຸ່ນ ກໍຄືການເຈລະຈາດ້ານຄວາມໝັນຄົງຈີນ-ຍີ່ປຸ່ນ ແລະການເປິກສາຫາລືເປັນປະຈຳລະຫວ່າງເຈົ້າໜ້າທີ່ການທູດຈີນ-ຍີ່ປຸ່ນໃນເວລາທີ່ເໝາະສົມ.