ຈີນຕົກລົງຈະທົດລອງນຳໃຊ້ນະໂຍບາຍກ່ຽວກັບການຍົກເວັ້ນວີຊາແຕ່ຝ່າຍດຽວຕໍ່ 6 ປະເທດເຊັ່ນ: ຝຣັ່ງ,ເຢຍລະມັນແລະປະເທດອື່ນໆ

2023-11-26 16:22:11 cri

      ທ່ານນາງ ເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນປະກາດໃນເມື່ອມໍ່ໆມານີ້ວ່າ: ເພື່ອອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນລະຫວ່າງປະຊາຊົນຈີນກັບຕ່າງປະເທດກໍຄືເພື່ອຮັບໃຊ້ການພັດທະນາດ້ວຍຄຸນນະພາບສູງແລະການເປີດປະຕູສູ່ພາຍນອກທີ່ມີລະດັບສູງ, ຈີນໄດ້ຕົກລົງຈະທົດລອງເປີດກວ້າງຂອບເຂດປະເທດທີ່ໄດ້ຮັບການຍົກເວັ້ນວີຊາແຕ່ຝ່າຍດຽວ,ທົດລອງນຳໃຊ້ນະໂຍບາຍກ່ຽວກັບການຍົກເວັ້ນວີຊາແຕ່ຝ່າຍດຽວຕໍ່ຜູ້ຄົນທີ່ຖືໜັງສືຜ່ານແດນທົ່ວໄປຈາກ 6 ປະເທດຄື: ຝຣັ່ງ,ເຢຍລະມັນ,ອີຕາລີ,ໂຮນລັງ,ແອັສປາຍແລະມາເລເຊຍ.

      ໃນໄລຍະວັນທີ 1 ທັນວາ 2023 ຫາວັນທີ 30 ພະຈິກ 2024, ຖ້າຫາກຜູູ້ຖືໜັງສືຜ່ານແດນທົ່ວໄປຈາກປະເທດເຫຼົ່ານີ້ມາດຳເນີນທຸລະກິດ,ທ່ອງທ່ຽວ,ຢ້ຽມຢາມຍາດພີ່ນ້ອງແລະເພື່ອນມິດແລະຜ່ານແດນປະເທດຈີນບໍ່ກາຍ 15 ວັນ, ແມ່ນສາມາດເຂົ້າປະເທດຈີນໄດ້ໂດຍຍົກເວັ້ນວີຊາ.