ກອງປະຊຸມສຸດຍອດການເຄື່ອນໄຫວດ້ານດິນຟ້າອາກາດໂລກຈະຈັດຂຶ້ນໃນໄວໆນີ້ ຈີນຫວັງໃຫ້ກອງປະຊຸມຈົ່ງແກ້ໄຂຄວາມຫຍຸ້ງຍາກແລະບັນຫາຕົວຈິງທີ່ປະເທດກຳລັງພັດທະນາພວມປະເຊີນຢູ່ນັ້ນຢ່າງແທ້ຈິງ

2023-11-26 11:14:46 CRI



ກອງປະຊຸມສຸດຍອດການເຄື່ອນໄຫວດ້ານດິນຟ້າອາກາດໂລກຈະຈັດຂຶ້ນຢູ່ສະຫະລັດອາຣັບເອມີເຣດລະຫວ່າງວັນທີ30ພະຈິກນີ້ຫາວັນທີ2ທັນວາໜ້ານີ້.ເມື່ອມໍ່ໆມານີ້, ທ່ານນາງເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ແຈ້ງໃຫ້ຮູ້ວ່າ: ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງຕັ້ງໜ້າ, ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຈີນ-ສະຫະລັດອາຣັບເອມີເຣດ, ທ່ານຕິ່ງເຊ່ສຽງ ຮອງນາຍົກລັດຖະມົນຕີຈີນຈະເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງນີ້ໃນນາມເປັນຜູ້ຕາງໜ້າພິເສດຂອງທ່ານສີຈິ້ນຜິງ ປະທານປະເທດຈີນ. 

ທ່ານນາງເໝົາໜິງຊີ້ໃຫ້ເຫັນວ່າ: ກອງປະຊຸມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດຄັ້ງທີ28ທີ່ນະຄອນດູບາຍ(COP28)ຈະທົບຄວນຄືນສະພາບການຈັດຕັ້ງປະຕິບັດສັນຍາປາຣີໃນທົ່ວໂລກເປັນຄັ້ງທຳອິດພາຍຫຼັງສັນຍາສະບັບນີ້ມີຜົນບັງຄັບໃຊ້ ເຊິ່ງມີຄວາມໝາຍສຳຄັນເປັນລັກສະນະຂັ້ນຕອນໃນຂະບວນການຄຸ້ມຄອງດິນຟ້າອາກາດທົ່ວໂລກ. 

ເມື່ອເວົ້າເຖິງເລື່ອງທີ່ຈີນມີຄວາມຄອງຄອຍຕໍ່ກອງປະຊຸມສຸດຍອດຄັ້ງນີ້ຄືແນວໃດ? ທ່ານນາງເໝົາໜິງກ່າວວ່າ: “ຈີນຈະຊຸກຍູ້ໃຫ້ບັນດາຝ່າຍປະຕິບັດຕາມລະບຽບການ,ຫຼັກການແລະເປົ້າໝາຍຂອງລະບົບສັນຍາການປ່ຽນແປງຂອງດິນຟ້າອາກາດຢ່າງເຂັ້ມງວດ, ໂດຍສະເພາະແມ່ນຍຶດໝັ້ນຫຼັກການທີ່ມີຄວາມຮັບຜິດຊອບຮ່ວມແຕ່ມີຄວາມແຕກຕ່າງກັນ, ຍຶດໝັ້ນຫົວຂໍ້ຫຼັກຂອງກອງປະຊຸມຄື ‘ສາມັກຄີ, ນຳໃຊ້ການເຄື່ອນໄຫວ ແລະຈັດຕັ້ງປະຕິບັດຕົວຈິງ’ ເພື່ອແກ້ໄຂຄວາມຫຍຸ້ງຍາກແລະບັນຫາຕົວຈິງທີ່ປະເທດກຳລັງພັດທະນາພວມປະເຊີນຢູ່ນັ້ນຢ່າງແທ້ຈິງ,ຊຸກຍູ້ການຈັດຕັ້ງປະຕິບັດສັນຍາປາຣີຢ່າງຮອບດ້ານແລະມີປະສິດທິຜົນຕົວຈິງ.