ທາງລົດໄຟທົ່ວປະເທດຈີນໄດ້ຂົນສົ່ງຜູ້ໂດຍສານເກືອບ 3,3 ຕື້ເທື່ອຄົນໃນ 10 ເດືອນປີນີ້

2023-11-27 15:25:37 cri


    ອີງຕາມຕົວເລກຫຼ້າສຸດຂອງກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນສະແດງໃຫ້ເຫັນວ່າ: ໃນ 10 ເດືອນປີນີ້, ທາງລົດໄຟທົ່ວປະເທດຈີນໄດ້ຂົນສົ່ງຜູ້ໂດຍສານເກືອບ 3,3 ຕື້ເທື່ອຄົນ, ເຊິ່ງໄດ້ສ້າງສະຖິຕິໃໝ່.

    ໃນ 10 ເດືອນທີ່ຜ່ານມາ, ທາງລົດໄຟທົ່ວປະເທດຈີນໄດ້ຂົນສົ່ງຜູ້ໂດຍສານ 3,28 ຕື້ເທື່ອຄົນ, ເພີ່ມຂຶ້ນ 119% ເມື່ອທຽບໃສ່ໄລຍະດຽວກັນປີກາຍ. ລະຫວ່າງເດືອນມັງກອນ-ເດືອນຕຸລາປີນີ້, ທາງລົດໄຟທົ່ວປະເທດຈີນໄດ້ແລ່ນລົດໄຟໂດຍສານສະເລ່ຍ 9.655 ຖ້ຽວຕໍ່ມື້, ເພີ່ມຂຶ້ນ 47,8% ເມື່ອທຽບໃສ່ໄລຍະດຽວກັນປີກາຍ.

    ໃນມື້ພັກວັນບຸນປີນີ້, ປະຊາຊົນຈີນມີຄວາມຕ້ອງການເດີນທາງຢ່າງຫຼວງຫຼາຍ ເຊັ່ນ: ການຢ້ຽມຢາມຍາດຕິພີ່ນ້ອງ, ການທ່ອງທ່ຽວ, ການເຮັດວຽກ, ການໄປຮ່ຳຮຽນ ແລະ ອື່ນໆ. ການອອກເດີນທາງໄລຍະສັ້ນ ແລະ ໄລຍະຍາວປະສົມປະສານກັນ, ປະຊາຊົນໄດ້ໄປມາຫາສູ່ກັນຫຼາຍກວ່າເກົ່າ, ຄວາມຕ້ອງການເດີນທາງເພີ່ມຂຶ້ນກວ່າເກົ່າ.

    ພ້ອມກັນນັ້ນ, ໃນ 10 ເດືອນປີນີ້, ທາງລົດໄຟຈີນ-ລາວ, ທາງລົດໄຟຄວາມໄວສູງກວາງໂຈວ່-ເຊີ່ນເຈີ້ນ-ຮົງກົງຕ່າງກໍໄດ້ຂົນສົ່ງຜູ້ໂດຍສານເຂົ້າ-ອອກເມືອງຈຳນວນ 9 ໝື່ນ 6 ຮ້ອຍເທື່ອຄົນ ແລະ 16 ລ້ານ 1 ແສນ 1ໝື່ນ 7 ພັນເທື່ອຄົນ, ເຊິ່ງໄດ້ອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນລະຫວ່າງບຸກຄົນເຂົ້າ-ອອກເມືອງຕື່ມອີກ.