ຈີນປະກາດມາດຕະການ25ຂໍ້ເພື່ອຊ່ວຍໃຫ້ເສດຖະກິດຂອງວິສາຫະກິດເອກະຊົນ ພັດທະນາເຕີບໂຕຂຶ້ນ

2023-11-27 15:16:47 cri


   ຫວ່າງມໍ່ໆມານີ້,ທະນາຄານປະຊາຊົນຈີນ,ອົງການຕິດຕາມຄຸ້ມຄອງການເງິນແຫ່ງຊາດຈີນ, ຄະນະກຳມະການຕິດຕາມຄຸ້ມຄອງຫຼັກຊັບຈີນ, ອົງການຄຸ້ມຄອງເງິນຕາຕ່າງປະເທດແຫ່ງຊາດຈີນ,ຄະນະກຳມະການປະຕິຮູບແລະພັດທະນາແຫ່ງລັດຈີນ,ກະຊວງອຸດສາຫະກຳແລະຂໍ້ມູນຂ່າວສານ,ກະຊວງການເງິນ ແລະສະຫະພັນອຸດສາຫະກຳແລະການຄ້າທົ່ວປະເທດຈີນໄດ້ຮ່ວມກັນພິມແລະແຈກຢາຍ “ແຈ້ງການກ່ຽວກັບມາດຕະການເພີ່ມທະວີການສະໜັບສະໜູນດ້ານທະນາຄານ, ຊ່ວຍເຫຼືອຊຸກຍູ້ໃຫ້ເສດຖະກິດຂອງວິສາຫະກິດເອກະຊົນພັດທະນາເຕີບໂຕຂຶ້ນ”,ໂດຍສະເໜີມາດຕະການ25ຂໍ້ເພື່ອສະໜັບສະໜູນເສດຖະກິດຂອງວິສາຫະກິດເອກະຊົນ.

   ເນື້ອໃນແຈ້ງການດັ່ງກ່າວໄດ້ກຳນົດເປົ້າໝາຍແລະຈຸດສຸມໃນການບໍລິການວິສາຫະກິດເອກະຊົນທາງດ້ານທະນາຄານ,ຈະເພີ່ມຄວາມຊ່ວຍເຫຼືອດ້ານທະນາຄານໃຫ້ແກ່ວິສາຫະກິດເອກະຊົນ,ຄ່ອຍໆຍົກສູງມາດຕາສ່ວນເງິນກູ້ຢືນຂອງວິສາຫະກິດເອກະຊົນ; ເພີ່ມທະວີຄວາມຊ່ວຍເຫຼືອໃຫ້ແກ່ຂົງເຂດຈຸດສຸມ,ເຊັ່ນ:ການປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກ, “ຂົງເຂດທີ່ມີລັກສະນະວິຊາການ, ຄວາມລະອຽດປານີດ, ພິເສດແລະໃໝ່ອ່ຽມ”, ກາກບອນຕ່ຳແບບສີຂຽວ, ໂຄງການປັບປຸງໃໝ່ຕໍ່ພື້ນຖານອຸດສາຫະກຳ ພ້ອມດ້ວຍວິສາຫະກິດເອກະຊົນຂະໜາດກາງ, ນ້ອຍ ແລະ ຈຸນລະວິສາຫະກິດ.