ຊ່ອງທາງຫຼັກເຊີ່ນເຈີ້ນ-ຈົ່ງຊ່ານຂອງຈີນໄດ້ເຊື່ອມໂຍງເຊື່ອມຈອດກັນ

2023-11-28 12:01:19 cri


    ວັນທີ 28 ພະຈິກນີ້, ອຸມົງໃຕ້ທະເລຂອງຊ່ອງທາງເຊີ່ນເຈີ້ນ-ຈົ່ງຊ່ານຂອງຈີນໄດ້ເຊື່ອມໂຍງເຊື່ອມຈອດກັນ ເຊິ່ງໝາຍຄວາມວ່າຊ່ອງທາງຫຼັກຂອງໂຄງການຄົມມະນາຄົມສຳຄັນຢູ່ເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາກາວທີ່ເຫັນໄດ້ຢ່າງປະຈັກຕານັ້ນໄດ້ເຊື່ອມໂຍງເຊື່ອມຈອດກັນແລ້ວ.



    ຊ່ອງທາງເຊີ່ນເຈີ້ນ-ຈົ່ງຊ່ານຂອງຈີນມີຄວາມຍາວ 24 ກິໂລແມັດ ແລະ ເຊື່ອມຕໍ່ 3 ນະຄອນ ຄື: ນະຄອນເຊີ່ນເຈີ້ນ, ນະຄອນກວາງໂຈວ່ ແລະ ນະຄອນຈົ່ງຊ່ານ, ແມ່ນໂຄງການຊ່ອງທາງຂ້າມທະເລທີ່ລວມມີຂົວ, ເກາະ, ອຸມົງ ແລະ ຊ່ອງທາງຢູ່ໃຕ້ນ້ຳທີ່ເຊື່ອມຈອດກັນ, ທັງມີຄວາມຫຍຸ້ງຍາກດ້ານການກໍ່ສ້າງໂດຍລວມຫຼາຍທີ່ສຸດຢູ່ໃນໂລກ.