ໃນງານວາງສະແດງການຄ້າດີຈີຕອນທົ່ວໂລກຄັ້ງທີ2 ໄດ້ເຊັນສັນຍາການລົງທຶນມູນຄ່າຫຼາຍກວ່າ 150 ຕື້ຢວນ

2023-11-28 18:00:20 cri


   ງານວາງສະແດງການຄ້າດີຈີຕອນທົ່ວໂລກຄັ້ງທີ2ອັດລົງໃນວັນທີ27ພະຈິກນີ້. ນັກຂ່າວໄດ້ຮັບຂໍ້ມູນຈາກຝ່າຍເຈົ້າພາບວ່າ: ງານວາງສະແດງການຄ້າດີຈີຕອນທົ່ວໂລກຄັ້ງນີ້ໄດ້ກ້າວເຖິງຂັ້ນຕົກລົງເຊັນສັນຍາການຮ່ວມມືຫຼາຍສະບັບກ່ຽວກັບການຄ້າດີຈີຕອນ,ໃນນັ້ນສັນຍາການລົງທຶນມີມູນຄ່າຫຼາຍກວ່າ 155,85 ຕື້ຢວນ.

   ອີງຕາມສະຖິຕິ, ງານວາງສະແດງຄັ້ງນີ້ໄດ້ດຶງດູດນັກທຸລະກິດສະເພາະການຈັດຊື້ 15.000 ກວ່າຄົນເຂົ້າຮ່ວມງານ, ໃນນັ້ນມີນັກທຸລະກິດຕ່າງປະເທດ 1.700 ກວ່າຄົນ, ມີຄະນະຈັດຊື້ສາກົນ 100 ກວ່າຄະນະມາເປິກສາຫາລືການຮ່ວມມືຢູ່ໃນງານວາງສະແດງ. ຈຳນວນຄົນເຂົ້າຮ່ວມກອງປະຊຸມຂອງເວທີເປິກສາຫາລືມີຫຼາຍກວ່າ 10.000 ເທື່ອຄົນ. ນັບມາຮອດວັນທີ27ພະຈິກນີ້,ມີຜູ້ເຂົ້າຊົມງານວາງສະແດງເຖິງ 100.000 ເທື່ອຄົນ.

   ສ່ວນງານວາງສະແດງການຄ້າດີຈີຕອນທົ່ວໂລກຄັ້ງທີ 3 ຈະຈັດຂຶ້ນລະຫວ່າງວັນທີ 25-29 ກັນຍາປີ2024, ຄັ້ງຕໍ່ໆໄປ ລ້ວນແຕ່ຈະຈັດຂຶ້ນໃນອາທິດສຸດທ້າຍຂອງເດືອນກັນຍາແຕ່ລະປີ.