ຍອດມູນຄ່າດ້ານການຈໍລະຈອນສິນຄ້າຂອງຈີນໃນ 10 ເດືອນປີນີ້ເພີ່ມຂຶ້ນ 4,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ

2023-11-28 12:02:21 cri

 

    ວັນທີ 28 ພະຈິກນີ້, ສະມາຄົມປະສົມການຈໍລະຈອນສິນຄ້າ ແລະ ການຈັດຊື້ຈີນໄດ້ເຜີຍແຜ່ຂໍ້ມູນດ້ານການຈໍລະຈອນສິນຄ້າຂອງຈີນໃນ 10 ເດືອນປີນີ້. ອີງຕາມຕົວເລກສະຖິຕິສະແດງໃຫ້ເຫັນວ່າ: ລະຫວ່າງເດືອນມັງກອນ-ເດືອນຕຸລາປີນີ້, ຍອດມູນຄ່າດ້ານການຈໍລະຈອນສິນຄ້າທົ່ວປະເທດຈີນບັນລຸເຖິງ 278.300 ຕື້ຢວນ, ເພີ່ມຂຶ້ນ 4,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາແລ້ວນີ້ເພີ່ມຂຶ້ນ 5,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະ ເພີ່ມຂຶ້ນ 0,3% ເມື່ອທຽບໃສ່ເດືອນກັນຍາປີນີ້. ເມື່ອເບິ່ງຈາກທ່ວງທ່າໃນໄລຍະມໍ່ໆມານີ້ແລ້ວ, ຍອດມູນຄ່າດ້ານການຈໍລະຈອນສິນຄ້າຂອງຈີນໄດ້ເພີ່ມຂຶ້ນທຸກໆເດືອນ.

    ນອກຈາກນີ້, ຄວາມຕ້ອງການດ້ານການຈໍລະຈອນສິນຄ້າກ່ຽວກັບອາຫານການກິນ, ບ່ອນພັກ, ຂາຍຍ່ອຍເປັນຕົ້ນໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ເດືອນຕຸລາແລ້ວນີ້, ຄວາມຕ້ອງການຈໍລະຈອນສິນຄ້າກ່ຽວກັບອາຫານການກິນໃນທົ່ວປະເທດຈີນແມ່ນເພີ່ມຂຶ້ນຫຼາຍຫວ່າ 17% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະ ຈັງຫວະການເຕີບໂຕສູງກວ່າເດືອນກັນຍາປີນີ້ 3,3%.