ທ່ານສີຈິ້ນຜິງເນັ້ນໜັກວ່າ: ຕ້ອງເພີ່ມທະວີການສ້າງລະບົບກົດໝາຍກ່ຽວກັບວຽກງານຕ່າງປະເທດ ເພື່ອສ້າງເງື່ອນໄຂດ້ານກົດໝາຍ ແລະ ສະພາບແວດລ້ອມພາຍນອກທີ່ມີຜົນດີ

2023-11-29 11:50:49 cri

 

    ວັນທີ 27 ພະຈິກນີ້, ກົມການເມືອງສູນກາງພັກຄອມມູນິດຈີນໄດ້ຈັດການຮ່ຳຮຽນລວມໝູ່ຄັ້ງທີ 10 ກ່ຽວກັບການເພີ່ມທະວີການສ້າງລະບົບກົດໝາຍກ່ຽວກັບວຽກງານຕ່າງປະເທດ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ເປັນປະທານການຮ່ຳຮຽນ ແລະ ເນັ້ນໜັກວ່າ: ຕ້ອງຮັບຮູ້ຄວາມສຳຄັນ ແລະ ຄວາມຮີບດ່ວນຂອງວຽກງານກົດໝາຍກ່ຽວກັບວຽກງານຕ່າງປະເທດຢ່າງເລິກເຊິ່ງ, ສ້າງລະບົບກົດໝາຍ ແລະ ຄວາມສາມາດກ່ຽວກັບວຽກງານຕ່າງປະເທດໃຫ້ສອດຄ່ອງກັບຄວາມຕ້ອງການດ້ານການພັດທະນາຢ່າງມີຄຸນນະພາບສູງ ແລະ ເປີດປະຕູໃນລະດັບສູງ, ເພື່ອສ້າງເງື່ອນໄຂດ້ານກົດໝາຍ ແລະ ສະພາບແວດລ້ອມທີ່ມີຜົນດີຕໍ່ການພັດທະນາຄວາມທັນສະໄໝແບບຈີນຢ່າງໝັ້ນທ່ຽງ ແລະ ຕໍ່ເນື່ອງ.

    ທ່ານສີຈິ້ນຜິງກ່າວຕື່ມວ່າ: ຕ້ອງຕັ້ງໜ້າເຂົ້າຮ່ວມການປະຕິຮູບ ແລະ ສ້າງລະບົບບໍລິຫານທົ່ວໂລກ, ຊຸກຍູ້ໃຫ້ການບໍລິຫານທົ່ວໂລກພັດທະນາຕາມທິດທາງທີ່ມີຄວາມທ່ຽງທຳ ແລະ ສົມເຫດສົມຜົນກວ່າເກົ່າ, ຊຸກຍູ້ການບໍລິຫານທົ່ວໂລກເປັນຢ່າງດີດ້ວຍກົດໝາຍສາກົນອັນດີ, ຊ່ວຍເຫຼືອການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.