ຈັດກອງປະຊຸມເວທີເປິກສາຫາລືສັນຕິພາບ ແລະ ມິດຕະພາບໝີແພນດາ “ບາຊີ”2023

2023-11-29 11:55:08 cri

 

    ວັນທີ 28 ພະຈິກນີ້, ກອງປະຊຸມເວທີເປິກສາຫາລືສັນຕິພາບ ແລະ ມິດຕະພາບໝີແພນດາ “ບາຊີ”2023 ທີ່ຈັດຮ່ວມກັນຂຶ້ນໂດຍສະມາຄົມຕິດຕໍ່ພົວພັນມິດຕະພາບສາກົນຈີນ ແລະ ວິທະຍຸໂທລະພາບສູນກາງຈີນໄດ້ໄຂຂຶ້ນຢູ່ນະຄອນຕູ່ຈ່ຽງຢ້ຽນແຂວງເສສວນຈີນ. ທ່ານເສີງກົວຜິງ ຮອງປະທານສະມາຄົມຕິດຕໍ່ພົວພັນມິດຕະພາບສາກົນຈີນ, ທ່ານນາງ ຊິງໂປ ຮອງຜູ້ອຳນວຍການໃຫຍ່ວິທະຍຸໂທລະພາບສູນກາງຈີນໄດ້ເຂົ້າຮ່ວມກອງປະຊຸມເວທີເປິກສາຫາລື ແລະ ກ່າວຄຳປາໄສ.



    ເພື່ອນມິດທີ່ມາຈາກອາເມຣິກາ, ອີຕາລີ, ແບນຊິກ, ກາຕາ, ມາລົກ, ສີລັງກາເປັນຕົ້ນໄດ້ເຂົ້າຮ່ວມກອງປະຊຸມເວທີເປິກສາຫາລືຄັ້ງນີ້.

    ໝີແພນດາຊື່ວ່າ “ບາຊີ”ໄດ້ດຳລົງຊີວິດຢູ່ນະຄອນຟູໂຈວ່, ແຂວງຟູຈ້ຽນຈີນມາເປັນເວລາ 33 ປີ, ໄດ້ຕາຍໃນເດືອນກັນຍາ 2017, ແມ່ນໝີແພນດາທີ່ມີອາຍຸຍືນທີ່ສຸດຢູ່ໃນໂລກ. ໝີແພນດາ“ບາຊີ”ເຄີຍໄປຢ້ຽມຢາມອາເມຣິກາໃນປີ 1987 ຕາມຄຳເຊີນ, ແມ່ນ“ທູດສັນຕິພາບ”ຂອງການໄປມາຫາສູ່ກັນລະຫວ່າງປະຊາຊົນຈີນ ແລະ ຕ່າງປະເທດ.



    ກອງປະຊຸມເວທີເປິກສາຫາລືຄັ້ງນີ້ໄດ້ເລົ່າເລື່ອງລາວຂອງໝີແພນດາ“ບາຊີ”ໃຫ້ແກ່ປະຊາຄົມໂລກຮັບຮູ້ອີກຄັ້ງໃໝ່, ພ້ອມທັງໄດ້ຖືເອົາກອງປະຊຸມຄັ້ງນີ້ເປັນໂອກາດ, ບັນຍາຍແນວຄິດກ່ຽວກັບຄວາມສີວິໄລດ້ານລະບົບນິເວດຂອງທ່ານສີຈິ້ນຜິງ ປະທານປະເທດຈີນ, ຊຸກຍູ້ການອະນຸລັກສິ່ງແວດລ້ອມທຳມະຊາດຢູ່ໃນໂລກ, ຮັກສາຄວາມຫຼາກຫຼາຍຂອງຊີວະນານາພັນ, ຕັ້ງໜ້າສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ແລະ ສິ່ງມີຊີວິດໃນທຳມະຊາດ.