ທ່ານສີຈິ້ນຜິງສຳຫຼວດກວດກາວຽກງານຢູ່ນະຄອນຊຽງໄຮ້ໄດ້ສົ່ງສັນຍານທີ່ສຳຄັນ 3 ດ້ານ

2023-11-30 16:25:37 cri


ລະຫວ່າງວັນທີ 28 – 29 ພະຈິກນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ນະຄອນຊຽງໄຮ້, ໂດຍໄດ້ໄປສຳຫຼວດກວດກາຕະຫຼາດສິນຄ້າຊື້ຂາຍລ່ວງໜ້າຂອງຊຽງໄຮ້, ງານວາງສະແດງຜົນງານການປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກຊຽງໄຮ້, ເຂດຊຸມຊົນບ້ານຜູ້ກໍ່ສ້າງ ແລະ ຜູ້ຄຸ້ມຄອງຕົວເມືອງຍຸກໃໝ່ເມືອງມິນຊິງນະຄອນຊຽງໄຮ້, ເພື່ອຮັບຮູ້ສະພາບການທີ່ຊຽງໄຮ້ເສີມສ້າງກຳລັງແຂ່ງຂັນໃນຖານະເປັນສູນກາງການເງິນສາກົນ, ຊຸກຍູ້ການສ້າງສູນປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກສາກົນ, ແລະ ການສ້າງສາເຮືອນໃຫ້ເຊົ່າແບບຄ້ຳປະກັນດ້ານນະໂຍບາຍ.



ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກຄອມມູນິດຈີນເປັນຕົ້ນມາ, ທ່ານສີຈິ້ນຜິງໄດ້ໄປສຳຫຼວດກວດກາວຽກງານຢູ່ນະຄອນຊຽງໄຮ້ເຖິງ 6 ເທື່ອ. ເທື່ອນີ້ທ່ານສີຈິ້ນຜິງໄປສຳຫຼວດກວດກາວຽກງານດ້ານການເງິນ ວິທະຍາສາດເຕັກນິກ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ໄດ້ສົ່ງສັນຍານທີ່ພົ້ນເດັ່ນໃນ 3 ດ້ານ ຄື:

ໜຶ່ງ, ການເງິນຕ້ອງຮັບໃຊ້ເສດຖະກິດຮູບປະທຳໃຫ້ດີກວ່າເກົ່າ.

ການຮັບໃຊ້ເສດຖະກິດໃຫ້ດີກວ່າເກົ່າ, ສິ່ງນີ້ເປັນຄວາມຮຽກຮ້ອງຂອງທ່ານສີຈິ້ນຜິງຕໍ່ການພັດທະນາການເງິນດ້ວຍຄຸນນະພາບສູງ. ກ່ອນໜ້ານີ້ ໃນກອງປະຊຸມວຽກງານການເງິນຂັ້ນສູນກາງ, ໄດ້ສະເໜີອອກຢ່າງຈະແຈ້ງວ່າ: “ຍຶດໝັ້ນໃຫ້ການເງິນຮັບໃຊ້ເສດຖະກິດຮູບປະທຳເປັນຈຸດປະສົງພື້ນຖານ” “ການເງິນຕ້ອງສະໜອງການບໍລິການທີ່ມີຄຸນນະພາບສູງຕໍ່ການພັດທະນາເສດຖະກິດສັງຄົມ”.

ທ່ານສີຈິ້ນຜິງໄດ້ໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການສ້າງຕະຫຼາດການເງິນຂອງຊຽງໄຮ້ມາໂດຍຕະຫຼອດ, ເມື່ອປີ 2007 ທ່ານສີຈິ້ນຜິງເປັນເລຂາຄະນະພັກນະຄອນຊຽງໄຮ້, ເພິ່ນເຄີຍໄປສຳຫຼວດກວດກາຕະຫຼາດສິນຄ້າຊື້ຂາຍລ່ວງໜ້າຂອງຊຽງໄຮ້. ໃນເວລານັ້ນ ຕະຫຼາດສິນຄ້າຊື້ຂາຍລ່ວງໜ້າຍັງເປັນສິ່ງທີ່ເກີດຂຶ້ນໃໝ່ຢູ່ຈີນ, ມາຮອດປັດຈຸບັນໄດ້ຄອງຖານະທີ່ສຳຄັນຢູ່ອາຊີກໍຄືຂອງໂລກ. ທ່ານສີຈິ້ນຜິງໄປສຳຫຼວດກວດກາ ຕະຫຼາດສິນຄ້າ ຊື້ຂາຍລ່ວງໜ້າຊຽງໄຮ້ຄັ້ງນີ້, ເມື່ອເບິ່ງຈາກວັນເວລາແລ້ວ, ແມ່ນຫຼັງຈາກກອງປະຊຸມວຽກງານການເງິນຂັ້ນສູນກາງຈັດຂຶ້ນບໍ່ຮອດ 1 ເດືອນ, ເຊິ່ງສະແດງໃຫ້ເຫັນເຖິງທ່ານສີຈິ້ນຜິງໄດ້ໃຫ້ຄວາມສຳຄັນເປັນຢ່າງສູງ ແລະ ມີຄວາມປາດຖະໜາເປັນຢ່າງຍິ່ງຕໍ່ການຊຸກຍູ້ການພັດທະນາວຽກງານການເງິນດ້ວຍຄຸນນະພາບສູງ ກໍຄື ການສ້າງປະເທດເຂັ້ມແຂງດ້ານການເງິນ.



ສອງ, ຂໍກະແຈສຳຄັນຂອງຄວາມທັນສະໄໝແບບຈີນແມ່ນຄວາມທັນສະໄໝດ້ານ ວິທະຍາສາດເຕັກນິກ

ຊຽງໄຮ້ຕັ້ງຢູ່ເຂດສາມລ່ຽມແມ່ນ້ຳຢາງຊີກຽງ, ແມ່ນໜຶ່ງໃນເຂດແຄວ້ນຂອງຈີນທີ່ເສດຖະກິດພັດທະນາໄປຢ່າງມີຊີວິດຊີວາຫຼາຍທີ່ສຸດ, ມີລະດັບການເປີດກວ້າງສູງສຸດແລະມີຄວາມສາມາດດ້ານການປະດິດສ້າງເຂັ້ມແຂງທີ່ສຸດ, ຊຽງໄຮ້ຍັງເປັນຕົວເມືອງນຳໜ້າທີ່ສຳຄັນໃນການປະດິດສ້າງວິທະຍາສາດເຕັກນິກຢູ່ເຂດສາມລ່ຽມແມ່ນ້ຳຢາງຊີກຽງ. ການເລັ່ງບັນລຸຄວາມເຂັ້ມແຂງດ້ວຍຕົນເອງດ້ານວິທະຍາສາດເຕັກນິກທີ່ມີຄຸນນະພາບສູງ ແມ່ນເສັ້ນທາງທີ່ຕ້ອງຂ້າມຜ່ານຂອງການຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງ. ທ່ານສີຈິ້ນຜິງ ໄດ້ໄປຊົມງານວາງສະແດງຜົນງານການປະດິດສ້າງດ້ານວິທະຍາສາດເຕັກນິກຊຽງໄຮ້ທີ່ຈັດຂຶ້ນຢູ່ເມືອງວິທະຍາສາດຈ່າງຈ່ຽງ ເຊິ່ງໄດ້ສະແດງໃຫ້ເຫັນອີກຄັ້ງໜຶ່ງວ່າ: ວິທະຍາສາດເຕັກນິກເປັນການຄ້ຳປະກັນແລະການນຳພາຕໍ່ການພັດທະນາດ້ວຍຄຸນນະພາບສູງ ແລະ ມີຖານະເປັນແກນກາງໃນສະພາບລວມແຫ່ງການພັດທະນາຂອງປະເທດຊາດ.

ສາມ, ການສ້າງຕົວເມືອງຕ້ອງຍຶດໝັ້ນຖືເອົາປະຊາຊົນເປັນໃຈກາງ

ການສຳຫຼວດກວດກາຄັ້ງນີ້, ທ່ານສີຈິ້ນຜິງ ຍັງໄດ້ໄປສຳຫຼວດກວດກາເຂດຊຸມຊົນເຮືອນໃຫ້ເຊົ່າແບບຄ້ຳປະກັນດ້ານນະໂຍບາຍຢູ່ເຂດໝິ້ນສິງນະຄອນຊຽງໄຮ້. ເພື່ອຕອບສະໜອງຄວາມຕ້ອງການດ້ານເຮືອນຢູ່ຂອງຊາວເມືອງທີ່ຍ້າຍເຂົ້າມາໃໝ່ແລະຊາວໜຸ່ມ, ເຮືອນໃຫ້ເຊົ່າແບບຄ້ຳປະກັນດ້ານນະໂຍບາຍຊຽງໄຮ້ໄດ້ສ້າງລະບົບການສະໜອງເຮືອນຢູ່ທີ່ມີຫຼາຍລະດັບ ເຊິ່ງໄດ້ສົ່ງສັນຍານການສ້າງຕົວເມືອງເພື່ອປະຊາຊົນຢ່າງຈະແຈ້ງ.

ຢູ່ໃນໃຈຂອງທ່ານສີຈິ້ນຜິງ, ການບັນລຸການພັດທະນາດ້ວຍຄຸນນະພາບສູງ ຕ້ອງມີການບຸກທະລຸຫຼາຍກວ່າເກົ່າໃນການສ້າງຊີວິດການເປັນຢູ່ທີ່ມີຄຸນນະພາບສູງໃຫ້ແກ່ປະຊາຊົນ. ຄືດັ່ງເພິ່ນໄດ້ເນັ້ນໜັກວ່າ: “ຕ້ອງຖືເອົາການຕອບສະໜອງຄວາມຕ້ອງການຂອງປະຊາຊົນຕໍ່ຊີວິດອັນດີງາມທີ່ນັບມື້ນັບເພີ່ມຫຼາຍຂຶ້ນເປັນຈຸດເລີ່ມຕົ້ນແລະເປັນເປົ້າໝາຍ, ຫັນຜົນງານການພັດທະນາເປັນຊີວິດການເປັນຢູ່ທີ່ມີຄຸນນະພາບດີຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ປະຊາຊົນມີຄວາມຮູ້ສຶກໄດ້ຮັບຜົນປະໂຫຍດ, ມີຄວາມສຸກ ແລະຮູ້ສຶກປອດໄພຢ່າງບໍ່ຢຸດຢັ້ງ.”