ກະຊວງການຕ່າງປະເທດຈີນເຜີຍແຜ່ “ເອກະສານຫຼັກໝັ້ນຂອງຈີນກ່ຽວກັບການແກ້ໄຂການປະທະກັນລະຫວ່າງປາແລັດສະຕີນ-ອິດສະຣາແອນ”

2023-11-30 15:15:57 cri

 

    ວັນທີ 30 ພະຈິກນີ້,  ກະຊວງການຕ່າງປະເທດຈີນໄດ້ເຜີຍແຜ່ “ເອກະສານຫຼັກໝັ້ນຂອງຈີນກ່ຽວກັບການແກ້ໄຂການປະທະກັນລະຫວ່າງປາແລັດສະຕີນ-ອິດສະຣາແອນ”, ໂດຍມີເນື້ອໃນຄື:

    ໂດຍອີງຕາມກົດບັດສະຫະປະຊາຊາດ, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ແບກຫາບໜ້າທີ່ສຳຄັນທີ່ສຸດໃນການປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ຄວນເສີມຂະຫຍາຍບົດບາດຢ່າງຕັ້ງໜ້າ ແລະ ມີລັກສະນະສ້າງສັນໃນບັນຫາປາແລັດສະຕີນ-ອິດສະຣາແອນ. ດ້ວຍເຫດນີ້, ຈີນມີຂໍ້ສະເໜີດັ່ງນີ້:

    1, ຢຸດຍິງຢ່າງຮອບດ້ານ. 2, ປົກປ້ອງປະຊາຊົນຢ່າງແທ້ຈິງ. 3,ຮັບປະກັນການຊ່ວຍເຫຼືອດ້ານມະນຸດສະທຳ. 4, ເພີ່ມທະວີການເປິກສາຫາລືທາງການທູດ. 5, ຊອກຫາວິທີແກ້ໄຂທາງການເມືອງ.

    ຕ້ອງຢຸດຍິງໃນທັນທີ, ຮັບປະກັນຊ່ອງທາງຊ່ວຍເຫຼືອດ້ານມະນຸດສະທຳມີຄວາມສະດວກສະບາຍ, ສະກັດກັ້ນບໍ່ໃຫ້ການປະທະກັນແຜ່ຂະຫຍາຍອອກ, ທາງອອກພື້ນຖານແມ່ນປະຕິບັດຕາມ “ແຜນການສອງປະເທດ”, ເຕົ້າໂຮມຄວາມຮັບຮູ້ ທີ່ເປັນເອກະພາບກັນຂອງສາກົນທີ່ຊຸກຍູ້ການສ້າງສັນຕິພາບ, ຊຸກຍູ້ໃຫ້ບັນຫາປາແລັດສະຕີນໄດ້ຮັບການແກ້ໄຂໂດຍໄວຢ່າງຮອບດ້ານ, ທ່ຽງທຳ ແລະ ຖາວອນ.