ທ່ານສີຈິ້ນຜິງເປັນປະທານງານສົນທະນາກ່ຽວກັບການລົງເລິກຊຸກຍູ້ການພັດທະນາເຂດສາມຫຼ່ຽມແມ່ນ້ຳຢັງຊີກຽງໃຫ້ເປັນກຸ່ມກ້ອນດຽວ

2023-12-01 16:38:53 cri


   ວັນທີ 30 ພະຈິກແລ້ວນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດ, ປະທານປະເທດ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ເປັນປະທານງານສົນທະນາກ່ຽວກັບການລົງເລິກຊຸກຍູ້ການພັດທະນາເຂດສາມຫຼ່ຽມຕາມແມ່ນ້ຳຢັງຊີກຽງໃຫ້ເປັນກຸ່ມກ້ອນດຽວແລະກ່າວຄຳປາໄສສຳຄັນຢູ່ນະຄອນຊຽງໄຮ້.

   ທ່ານສີຈິ້ນຜິງເນັ້ນໜັກວ່າ: ການລົງເລິກຊຸກຍູ້ການພັດທະນາເຂດສາມຫຼ່ຽມ ແມ່ນ້ຳຢັງຊີກຽງໃຫ້ເປັນກຸ່ມກ້ອນດຽວ,ຍົກສູງຄວາມສາມາດດ້ານການປະດິດສ້າງແລະກຳລັງແກ້ງແຍ້ງແຂ່ງຂັນຂອງອຸດສາຫະກຳຂຶ້ນຕື່ມອີກ ມີຄວາມໝາຍສຳຄັນຕໍ່ຈີນໃນການສ້າງສະພາບການພັດທະນາໃໝ່,ຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງ ແລະຊຸກຍູ້ການສ້າງປະເທດໃຫ້ເຂັ້ມແຂງດ້ວຍຄວາມທັນສະໄໝແບບຈີນຢ່າງຮອບດ້ານ. ຕ້ອງຊຸກຍູ້ໃຫ້ການພັດທະນາເຂດສາມຫຼ່ຽມແມ່ນ້ຳຢັງຊີກຽງໃຫ້ເປັນກຸ່ມກ້ອນດຽວນັ້ນໄດ້ຮັບການບຸກທະລຸທີ່ສຳຄັນແລະໃໝ່ອ່ຽມ,ຢູ່ແຖວ ໜ້າໃນບາດກ້າວທັນສະໄໝແບບຈີນ ແລະເສີມຂະຫຍາຍບົດບາດຕ່າງໆໃຫ້ດີ ກວ່າເກົ່າໃນການຊອກຫາຊ່ອງທາງ, ນຳພາເປັນແບບຢ່າງ, ຂະຫຍາຍກວ້າງອອກ ແລະ ຊຸກຍູ້ປຸກລະດົມ.