ປະຊາຊົນຈີນຈະຈົດຈຳຄວາມຮັກແພງອັນຈິງໃຈແລະການປະກອບສ່ວນທີ່ສຳຄັນຂອງດຣ.ກິດຊິງເກີທີ່ມີຕໍ່ສາຍພົວພັນຈີນ-ອາເມຣິກາ

2023-12-01 16:31:51 cri


   ວັນທີ 30 ພະຈິກແລ້ວນີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ທ່ານ ເຮັນຣີ ກິດຊິງເກີ ອະດີດລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາເຖິງແກ່ອະສັນຍະກຳໃນຫວ່າງມໍ່ໆນີ້, ຈີນມີຄວາມເຫັນຄືແນວໃດຕໍ່ກັບເລື່ອງນີ້? ຈີນຈະໄວ້ອາໄລເພິ່ນຄືແນວໃດ?

   ທ່ານວ່າງເວີນປິ່ນຕອບວ່າ: ດຣ.ກິດຊິງເກີ ແມ່ນເພື່ອນມິດເກົ່າແລະເພື່ອນມິດທີ່ດີຂອງປະຊາຊົນຈີນ,ແມ່ນຜູ້ບຸກເບີກແລະສ້າງສາຍພົວພັນຈີນ-ອາເມຣິກາ, ເພິ່ນໃຫ້ຄວາມສຳຄັນເປັນເວລາຍາວນານແລະສະໜັບສະໜູນການຂະຫຍາຍຕົວແຫ່ງການພົວພັນຈີນ-ອາເມຣິກາ,ໄດ້ຢ້ຽມຢາມຈີນຮ້ອຍກວ່າເທື່ອ, ໄດ້ປະກອບສ່ວນທີ່ບັນທຶກໄວ້ໃນປະຫວັດສາດໃນການຊຸກຍູ້ຫັນສາຍພົວພັນຈີນ-ອາເມຣິກາໃຫ້ເປັນປົກກະຕິ. ປະຊາຊົນຈີນຈະຈົດຈຳຄວາມຮັກແພງອັນຈິງໃຈແລະການປະກອບສ່ວນທີ່ສຳຄັນຂອງດຣ.ກິດຊິງເກີທີ່ມີຕໍ່ສາຍພົວພັນຈີນ-ອາເມຣິກາ.