ພາກສ່ວນປ້ອງກັນປະເທດຈີນ ແລະ ອາເມຣິກາແລກປ່ຽນກັນເພື່ອຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນຂອງປະມຸກລັດສອງປະເທດ

2023-12-01 10:31:17 CRI

    ວັນທີ 30 ພະຈິກແລ້ວນີ້, ກະຊວງປ້ອງກັນປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ, ພັນເອກພິເສດອູຊ່ຽນ ຫົວໜ້າກົມການຂ່າວຂອງກະຊວງປ້ອງກັນປະເທດຈີນ ໂຄສົກກະຊວງປ້ອງກັນປະເທດຈີນໄດ້ຕອບຄຳຖາມນັກຂ່າວ.



    ມີນັກຂ່າວຖາມວ່າ: ວັນທີ 15 ພະຈິກແລ້ວນີ້, ທ່ານສີຈິ້ນຜິງປະທານປະເທດຈີນ ແລະ ທ່ານໂຈ ໄບເດນ ປະທານາທິບໍດີອາເມຣິກາໄດ້ຈັດການພົບປະເຈລະຈາກັນຢູ່ນະຄອນຊານຟຣານຊິສໂກຂອງອາເມຣິກາ. ຂໍໃຫ້ທ່ານໂຄສົກແນະນຳຄວາມຄືບໜ້າໃໝ່ໃນການແລກປ່ຽນດ້ານການທະຫານລະຫວ່າງສອງປະເທດ ນັບແຕ່ປະມຸກລັດສອງປະເທດພົບປະເຈລະຈາກັນເປັນຕົ້ນມາ?


    ພັນເອກພິເສດອູຊ່ຽນຕອບວ່າ: ອີງຕາມຄວາມຮັບຮູ້ທີ່ເປັນເອກະພາບກັນຂອງປະມຸກລັດສອງປະເທດ, ສອງຝ່າຍຈະຟື້ນຟູການແລກປ່ຽນລະດັບສູງລະຫວ່າງກອງທັບຂອງສອງປະເທດ, ການພົບປະກັນຂອງໜ່ວຍວຽກງານກະຊວງປ້ອງກັນປະເທດຈີນ ແລະ ອາເມຣິກາ, ກອງປະຊຸມກົນໄກຫາລືເພື່ອຄວາມໝັ້ນຄົງທາງທະເລຂອງຈີນ ແລະ ອາເມຣິກາພ້ອມທັງຈະດຳເນີນການສົນທະນາລະຫວ່າງຜູ້ນຳເຂດທະຫານຂອງກອງທັບສອງປະເທດບົນພື້ນຖານຄວາມສະເໝີພາບ ແລະ ເຄົາລົບເຊິ່ງກັນແລະກັນ. ພາກສ່ວນປ້ອງກັນປະເທດຂອງສອງປະເທດກຳລັງຮັກສາການແລກປ່ຽນ ແລະ ການປະສານງານຕໍ່ກັບເລື່ອງເຫຼົ່ານີ້,ພວກຂ້າພະເຈົ້າຈະແຈ້ງຂ່າວທີ່ກ່ຽວຂ້ອງໃຫ້ຮູ້ໃນເວລາທີ່ເໝາະສົມ.