CMGປະກາດຫົວຂໍ້ ແລະ ກາໝາຍຂອງງານລາຕີສະຫຼອງບຸນກຸດຈີນປີ 2024

2023-12-02 15:25:55 CRI


ມື້ນີ້,ວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ປະກາດຫົວຂໍ້ ແລະ ກາໝາຍຂອງງານລາຕີສະຫຼອງບຸນກຸດຈີນປີມະໂລງ.


 

ຫົວຂໍ້ຂອງງານລາຕີສະຫຼອງບຸນກຸດຈີນປີ 2024 ແມ່ນ “ມັງກອນບິນສູ່ທ້ອງຟ້າ(龙行龘龘ສຽງຕ໋າ),ຄອບຄົວແລະປະເທດຊາດຈະເລີນຮຸ່ງເຮືອງ(欣欣家国)”.

 

“龘(ສຽງຕ໋າ)” ສະແດງໃຫ້ເຫັນເຖິງຮູບຊົງທີ່ມັງກອນບິນຂຶ້ນສູ່ທ້ອງຟ້າ.ງານລາຕີສະຫຼອງບຸນກຸດຈີນປີ 2024 ຂອງ CMG ຖືຕົວໜັງສື“龘” ເປັນຫົວຂໍ້ ແມ່ນເພື່ອພັນລະນາສະພາບຈິດໃຈ ທີ່ບຸກໜ້າປືນຕົວ ແລະ ສະຫງ່າຜ່າເຜີຍຂອງປະຊາຊົນຈີນ 1 ຕື້ 400 ລ້ານຄົນ.