ທ່ານສີຈິ້ນຜິງສຳຫຼວດກອງບັນຊາການເຂດທະເລຕາເວັນອອກກອງທັບປະກອບອາວຸດທາງທະເລ

2023-12-02 13:01:38 cri


   ວັນທີ 29 ພະຈິກແລ້ວນີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ,ປະທານປະເທດ, ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ໄປເຄື່ອນໄຫວຢ້ຽມຢາມກອງບັນຊາການເຂດທະເລຈີນຕາເວັນອອກຂອງກອງໃຫຍ່ຕຳຫຼວດປະກອບອາວຸດທາງທະເລ, ໂອກາດດັ່ງກ່າວ ທ່ານເນັ້ນໜັກວ່າ ຕ້ອງກຳແໜ້ນລັກສະນະ ແລະ ກົດເກນການສ້າງສາ ແລະ ນຳໃຊ້ກຳລັງຕຳຫຼວດປະກອບອາວຸດທາງທະເລ, ຍົກສູງຄວາມສາມາດໃນການປົກປ້ອງສິດອະທິປະໄຕ ແລະ ບັງຄັບໃຊ້ກົດໝາຍເທິງທະເລ.

   ທ່ານ ສີຈິ້ນຜິງ ເນັ້ນໜັກຕື່ມວ່າ: ຕ້ອງປົກປ້ອງສິດ ແລະ ບັງຄັບໃຊ້ກົດໝາຍຢ່າງມີປະສິດທິຜົນ, ເດັດດ່ຽວປົກປັກຮັກສາອະທິປະໄຕດ້ານດິນແດນ ແລະ ສິດທິຜົນປະໂຫຍດທາງທະເລຂອງຈີນ. ຕ້ອງສ້າງຕັ້ງ ແລະບຸລະນະກົນໄກປະສານສົມທົບໃນການບັງຄັບໃຊ້ກົດໝາຍເທິງທະເລໃຫ້ສົມບູນ, ໂຈມຕີການເຄື່ອນໄຫວຕ້ອງໂທດທາງທະເລຢ່າງເຂັ້ມງວດຕາມກົດໝາຍ, ປົກປ້ອງການພັດທະນາເສດຖະກິດທາງທະເລຂອງຈີນຢ່າງປອດໃສ. ຍັງຕ້ອງດຳເນີນການແລກປ່ຽນ ແລະ ຮ່ວມມືກັບຕ່າງປະເທດກ່ຽວກັບການບັງຄັບໃຊ້ກົດໝາຍເທິງທະເລຢ່າງຕິດແທດຕົວຈິງ, ຕັ້ງໜ້າເຂົ້າຮ່ວມການຄຸ້ມຄອງທະເລສາກົນ ແລະ ພາກພື້ນ.