ປີ 2022 ຍອດມູນຄ່າງົບປະມານດ້ານການສຶກສາທົ່ວປະເທດຈີນລື່ນກາຍ 6000 ຕື້ຢວນເປັນຄັ້ງທຳອິດ

2023-12-03 12:24:58 CRI

ຫວ່າງບໍ່ດົນມານີ້, ກະຊວງສຶກສາທິການ, ອົງການສະຖິຕິແຫ່ງຊາດຈີນ ແລະ ກະຊວງການເງິນຈີນໄດ້ເຜີຍແຜ່ບົດລາຍງານສະພາບການປະຕິບັດງົບປະມານການສຶກສາທົ່ວປະເທດຈີນໃນປີ 2022, ໂດຍສະແດງໃຫ້ເຫັນວ່າ, ງົບປະມານການສຶກສາທົ່ວປະເທດຈີນໃນປີ 2022 ມີເຖິງ 6.132,914 ຕື້ຢວນ, ເຊິ່ງລື່ນກາຍ 6000 ຕື້ຢວນເປັນຄັ້ງທຳອິດ, ເພີ່ມຂຶ້ນ 5,97% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ໃນນັ້ນ, ງົບປະມານດ້ານການສຶກສາທີ່ເປັນເງິນຂອງລັດມີ 4.847.291 ຕື້ຢວນ, ເພີ່ມຂຶ້ນ 5,75% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021, ກວມອັດຕາສ່ວນຂອງລວມຍອດມູນຄ່າຜະລິດຕະພັນພາຍໃນ ຫຼື GDP ເຖິງ 4,01%, ເຊິ່ງໄດ້ບັນລຸມາດຕະຖານທີ່ວ່າ “ປົກກະຕິແລ້ວບໍ່ໃຫ້ຕ່ຳກວ່າ 4%”. ງົບປະມານດ້ານການສຶກສາທີ່ຂຶ້ນກັບງົບປະມານສາທາລະນະທົ່ວໄປໃນທົ່ວປະເທດແມ່ນ 3925,696 ຕື້ຢວນ, ເພີ່ມຂຶ້ນ 4,79% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021, ກວມອັດຕາສ່ວນດ້ານລາຍຈ່າຍງົບປະມານສາທາລະນະທົ່ວໄປເຖິງ 15,07%.

 

ອີງຕາມເນື້ອໃນບົດລາຍງານດັ່ງກ່າວສະແດງໃຫ້ເຫັນວ່າ, ປີ 2022 ຜ່ານມາງົບປະມານດ້ານການສຶກສາທີ່ຂຶ້ນກັບງົບປະມານສາທາລະນະທົ່ວໄປ ທີ່ຄິດໄລ່ສະເລ່ຍຕາມຈຳນວນນັກຮຽນນັກສຶກສາປະຈຳໂຮງຮຽນໃນທົ່ວປະເທດຈີນແມ່ນ 15.731,97ຢວນ, ເພີ່ມຂຶ້ນ 2,44% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.