ຊາວຄ້າຂາຍທີ່ເຂົ້າຮ່ວມງານວາງສະແດງການສົ່ງເສີມຕ່ອງໂສ້ການສະໜອງສິນຄ້າສາກົນຈີນຄັ້ງທຳອິດສະແດງຄວາມຮູ້ສຶກວ່າ: ໄດ້ຮັບ ຜົນສຳເລັດຢ່າງຫຼວງຫຼາຍ, ຄັ້ງຕໍ່ໄປຍັງຈະມາເຂົ້າຮ່ວມອີກ

2023-12-03 14:59:59 cri

ວັນທີ 2 ທັນວານີ້, ງານວາງສະແດງການສົ່ງເສີມຕ່ອງໂສ້ການສະໜອງສິນຄ້າສາກົນຈີນຄັ້ງທຳອິດໄດ້ສຳເລັດລົງຢູ່ທີ່ນະຄອນຫຼວງປັກກິ່ງ. ອີງຕາມສະຖິຕິ, ໃນງານວາງສະແດງຄັ້ງນີ້, ຝ່າຍຕ່າງໆທີ່ກ່ຽວຂ້ອງໄດ້ຈັດ ກິດຈະກຳປິ່ນອ້ອມແລະແລກປ່ຽນກັນ 360 ຄັ້ງ,  ມີຜູ້ເຂົ້າຮ່ວມ 15.000 ກວ່າຄົນ,  ໄດ້ເຜີຍແຜ່ຜົນງານ 23 ຢ່າງ ຄື: ບົດລາຍງານການຄົ້ນຄວ້າ, ຖະແຫຼງການ, ມາດຕະຖານແລະອື່ນໆ. ອີງຕາມສະຖິຕິທີ່ບໍ່ຄົບຖ້ວນ, ໃນໄລຍະຈັດງານຄັ້ງນີ້ ໄດ້ເຊັນສັນຍາຮ່ວມມື ແລະສັນຍາກ່ຽວກັບຈຸດປະສົງການຮ່ວມມື 200 ກວ່າສະບັບ, ເຊິ່ງມີມູນຄ່າຫຼາຍກວ່າ 150 ຕື້ຢວນ.


ໃນໄລຍະຈັດງານວາງສະແດງ, ຊາວຄ້າຂາຍທີ່ເຂົ້າຮ່ວມງານມີ 1 ສ່ວນ 3 ໄດ້ຮູ້ຈັກກັບຄູ່ຮ່ວມມືດ້ານຕ່ອງໂສ້ການສະໜອງ 10 ແຫ່ງຂຶ້ນໄປ. ນອກນີ້, ຄະນະຜູ້ແທນ 100 ກວ່າຄະນະຈາກພາກສ່ວນແລະອົງການປົກຄອງທ້ອງຖິ່ນ ໄດ້ເຂົ້າຮ່ວມຊົມງານວາງສະແດງດັ່ງກ່າວຢ່າງຕັ້ງໜ້າ ເພື່ອໂຄສະນາແລະອະທິບາຍນະໂຍບາຍ ທັງໃຫ້ການຊີ້ນຳ, ເຊິ່ງໄດ້ສ້າງຜົນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ຊາວຄ້າຂາຍທີ່ເຂົ້າຮ່ວມງານວາງສະແດງ. ຊາວຄ້າຂາຍທີ່ຮ່ວມງານຈໍານວນຫຼວງຫຼາຍຫວັງຢາກເພີ່ມທະວີການເຊື່ອມຕໍ່ຕື່ມອີກກັບຄູ່ຮ່ວມມື ທີ່ບົ່ມຊ້ອນ, ເພື່ອຊຸກຍູ້ໃຫ້ປະຕິບັດຈຸດປະສົງແຫ່ງການຮ່ວມມືທີ່ໄດ້ບັນລຸໃນໄລຍະເຂົ້າຮ່ວມງານນັ້ນ ລົງສູ່ພາກປະຕິບັດຕົວຈິງ. ຕາມຂ່າວແຈ້ງໃຫ້ຮູ້ວ່າ: ວຽກງານກະກຽມທີ່ກ່ຽວຂ້ອງສໍາລັບ ງານວາງສະແດງການສົ່ງເສີມຕ່ອງໂສ້ການສະໜອງສິນຄ້າສາກົນຈີນຄັ້ງທີສອງໄດ້ເລີ່ມຕົ້ນແລ້ວ. ຊາວຄ້າຂາຍທີ່ເຂົ້າຮ່ວມງານວາງສະແດງຄັ້ງທຳອິດ ມີຫຼາຍຄົນໄດ້ເລີ່ມກະກຽມເພື່ອເຂົ້າຮ່ວມ ງານວາງສະແດງຄັ້ງທີສອງທີ່ຈະຈັດຂຶ້ນໃນປີຫນ້າ, ແລະໄດ້ພ້ອມກັນສະເຫນີໃຫ້ຂະຫຍາຍພື້ນທີ່ວາງສະແດງອອກຕື່ມອີກ.