ລັດຖະບານອາກຊັງຕິນມອບຫຼຽນກາ “ລາງວັນຜົນງານດີເດັ່ນການແລກປ່ຽນ ແລະ ການຮ່ວມມືດ້ານວັດທະນະທໍາສາກົນ”ໃຫ້ແກ່ທ່ານເຊີ້ນໄຫສົງ

2023-12-03 14:37:34 cri

ວັນທີ 1 ທັນວານີ້, ສະຖານທູດອາກຊັງຕິນປະຈໍາຈີນໄດ້ຈັດກິດຈະກໍາແລກປ່ຽນຜົນງານການຮ່ວມມືດ້ານທັດທະນະທໍາຈີນ-ອາກຊັງຕິນ. ໃນກິດຈະກໍາດັ່ງກ່າວ, ລັດຖະບານອາກຊັງຕິນໄດ້ມອບຫຼຽນກາ“ລາງວັນຜົນງານດີເດັ່ນການແລກປ່ຽນ ແລະ ການຮ່ວມມືດ້ານວັດທະນະທໍາສາກົນ”ໃຫ້ແກ່ທ່ານເຊີ້ນໄຫສົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ ຜູ້ອໍານວຍການໃຫຍ່ວິທະຍຸໂທລະພາບສູນກາງຈີນ. ເອກອັກຄະລັດຖະທູດອາກຊັງຕິນປະຈໍາຈີນໄດ້ຕາງໜ້າທ່ານອານເບີໂຕ ເຟີນັນເດັສ ປະທານາທິບໍດີອັກຊັງຕິນມອບຫຼຽນກາດັ່ງກ່າວໃຫ້ແກ່ທ່ານເຊີ້ນໄຫສົງ.

ໃນເວລາກ່າວຄໍາປາໄສ, ທ່ານເຊີ້ງໄຫສົງກ່າວວ່າ: ໃນຖານະເປັນສື່ມວນຊົນສໍາຄັນຮູບແບບໃໝ່ທີ່ຢືນຢູ່ແຖວໜ້າຂອງສາກົນ, ວິທະຍຸໂທລະພາບສູນກາງຈີນໄດ້ປະຕິບັດຕາມ“ 3 ຂໍ້ລິເລີ່ມ ທົ່ວໂລກ”ຂອງທ່ານສີຈິ້ນຜິງ ປະທານປະເທດຈີນ, ໄດ້ສ້າງກົນໄກການຮ່ວມມືທີ່ມີປະສິດທິຜົນໄລຍະຍາວກັບສື່ມວນຊົນທີ່ສໍາຄັນ ແລະ ອົງການພົນລະເຮືອນຫຼາຍແຫ່ງຂອງອາກຊັງຕິນ. ວິທະຍຸໂທລະພາບສູນກາງຈີນຈະທຸ້ມເທກໍາລັງແຮງເຂົ້າໃນພາລະກິດອັນຍິ່ງໃຫຍ່

ດ້ານການແລກປ່ຽນວັດທະນະທໍາລະຫວ່າງຈີນກັບອາກຊັງຕິນດ້ວຍຄວາມກະຕືລືລົ້ນຫຼາຍກວ່າເກົ່າ ເພື່ອປະກອບສ່ວນເຂົ້າໃນການພັດທະນາການພົວພັນຈີນ-ອາກຊັງຕິນໃນຍຸກໃໝ່.

 “ລາງວັນຜົນງານດີເດັ່ນການແລກປ່ຽນ ແລະ ການຮ່ວມມືດ້ານວັດທະນະທໍາສາກົນ”ຂອງອາກຊັງຕິນມີຈຸດປະສົງເພື່ອຍ້ອງຍໍສັນລະເສີນເຈົ້າໜ້າທີ່ລະດັບສູງຂອງຕ່າງປະເທດ ທີ່ໄດ້ປະກອບສ່ວນອັນພົ້ນເດັ່ນໃນດ້ານການເພີ່ມຄວາມໝັ້ນໃຈດ້ານການເມືອງເຊິ່ງກັນແລະກັນ ແລະ ຊຸກຍູ້ການແລກປ່ຽນດ້ານວັດທະນະທໍາລະຫວ່າງອາກຊັງຕິນກັບບັນດາປະເທດໃນໂລກ.