ທ່ານຕິ່ງຊຸຍສຽງ ແລະ ທ່ານໂລເຣັນສ໌ ວອງ ຈະຮ່ວມກັນເປັນປະທານຈັດກອງປະຊຸມກົນໄກການຮ່ວມມືສອງຝ່າຍຈີນ-ສິງກະໂປ

2023-12-04 21:59:45 cri


    ວັນທີ 4 ທັນວາ 2023, ທ່ານວາງເຫວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນເປີດເຜີຍໃຫ້ຮູ້ວ່າ: ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງທ່ານຕິ່ງຊຸຍສຽງ ກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນ ຮອງນາຍົກລັດຖະມົນຕີຈີນ, ທ່ານໂລເຣັນສ໌ ວອງ ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງການເງິນສິງກະໂປຈະຢ້ຽມຢາມປະເທດຈີນລະຫວ່າງວັນທີ 5 ຫາ 8 ທັນວານີ້. ທ່ານຕິ່ງຊຸຍສຽງ ຈະຮ່ວມກັບທ່ານໂລເຣັນສ໌ ວອງ ເປັນປະທານຈັດກອງປະຊຸມຄັ້ງທີ 19 ຂອງຄະນະກຳມະການປະສົມການຮ່ວມມືສອງຝ່າຍຈີນ-ສິງກະໂປ, ກອງປະຊຸມຄັ້ງທີ 24 ຂອງສະພາມົນຕີຮ່ວມປະສານງານເຂດນິຄົມອຸດສາຫະກຳຊູ່ໂຈ່ວຈີນ-ສິງກະໂປ, ກອງປະຊຸມຄັ້ງທີ 15 ຂອງສະພາມົນຕີຮ່ວມປະສານງານເມືອງແຫ່ງຊີວະພາບນະຄອນທ່ຽນສິນຈີນ-ສິງກະໂປ ແລະ ກອງປະຊຸມຄັ້ງທີ 7 ຂອງສະພາມົນຕີຮ່ວມປະສານງານໂຄງການຕົວແບບການເຊື່ອມໂຍງເຊື່ອມຈອດກັນທາງຍຸດທະສາດຈຸ່ງກິ່ງຈີນ-ສິງກະໂປ ຢູ່ນະຄອນທຽນສິນໃນວັນທີ 7 ທັນວານີ້.