ກອງປະຊຸມສຸດຍອດສື່ມວນຊົນໂລກຄັ້ງທີ 5 ເຜີຍແຜ່ “ຄວາມຮັບຮູ້ທີ່ເປັນເອກະພາບກັນນານຊ່າກວາງໂຈ່ວ”

2023-12-04 11:02:46 cri

ລະຫວ່າງວັນທີ 2 ຫາ 6 ທັນວາ 2023, ກອງປະຊຸມສຸດຍອດສື່ມວນຊົນໂລກຄັ້ງທີ 5 ໄດ້ຈັດຂຶ້ນຢູ່ເຂດນານຊ່ານະຄອນກວາງໂຈ່ວຂອງຈີນ, ໂດຍມີຕາງໜ້າ 450 ກວ່າທ່ານຂອງສື່ມວນຊົນ, ຄັງປັນຍາ, ອົງການຈັດຕັ້ງສາກົນ 200 ກວ່າແຫ່ງທີ່ມາຈາກ 100 ກວ່າປະເທດ ແລະ ເຂດແຄວ້ນເຂົ້າຮ່ວມ. ວັນທີ 3 ທັນວານີ້, ໃນພິທີໄຂກອງປະຊຸມສຸດຍອດທັງເປັນກອງປະຊຸມຄົບຄະນະ, ໄດ້ເຜີຍແຜ່ “ຄວາມຮັບຮູ້ທີ່ເປັນເອກະພາບກັນນານຊ່າກວາງໂຈ່ວຂອງກອງປະຊຸມສຸດຍອດສື່ມວນຊົນໂລກຄັ້ງທີ 5”.

ຜູ້ຕາງໜ້າທີ່ເຂົ້າຮ່ວມກອງປະຊຸມຫວັງໃຫ້ອົງການສື່ມວນຊົນຂອງໂລກເພີ່ມທະວີການຮ່ວມມື, ຊຸກຍູ້ໃຫ້ຂະແໜງການສື່ມວນຊົນໂລກພັດທະນາຮ່ວມກັນ, ຊຸກຍູ້ໃຫ້ປະເທດ ແລະ ປະຊາຊົນທີ່ມີພື້ນຖານປະຫວັດສາດ, ວັດທະນະທຳ ແລະ ປະເພນີ, ສະພາບການພັດທະນາທີ່ແຕກຕ່າງກັນນັ້ນເຂົ້າໃຈກັນ ແລະ ແລກປ່ຽນກັນ, ເຊື່ອວ່າກອງປະຊຸມສຸດຍອດສື່ມວນຊົນໂລກເທື່ອນີ້ຈະຊຸກຍູ້ໃຫ້ສື່ມວນຊົນຂອງໂລກສ້າງຄວາມຮັບຮູ້ທີ່ເປັນເອກະພາບກັນ ແລະ ຮ່ວມກັນເດີນຕາມເສັ້ນທາງພັດທະນາທີ່ມີຄຸນນະພາບສູງ, ແລະ ເຕົ້າໂຮມພະລັງດ້ານສື່ມວນຊົນທີ່ເຂັ້ມແຂງໃຫ້ແກ່ການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ແລະ ສ້າງໂລກໃຫ້ສວຍງາມກວ່າເກົ່າ.