ທ່ານສີຈິ້ນຜິງ ສົ່ງສານຊົມເຊີຍຕໍ່ “ກອງປະຊຸມເວທີເປິກສາຫາລືສົງຕູ່ສາກົນ”

2023-12-04 11:04:11 cri

ວັນທີ 4 ທັນວາ 2023, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍຕໍ່ “ກອງປະຊຸມເວທີເປິກສາຫາລືສົງຕູ່ສາກົນ”.

“ກອງປະຊຸມເວທີເປິກສາຫາລືສົງຕູ່ສາກົນ 2023” ໄດ້ໄຂຂຶ້ນຢູ່ນະຄອນກວາງໂຈ່ວແຂວງກວາງຕຸ້ງຈີນໃນວັນທີ 4 ທັນວານີ້, ກອງປະຊຸມໄດ້ເນັ້ນຫົວຂໍ້ “ລັດທິຫຼາຍຝ່າຍ: ການແລກປ່ຽນທີ່ຫຼາກຫຼາຍ, ກວມລວມກວ່າເກົ່າ ແລະ ການຮ່ວມມືຫຼາຍກວ່າເກົ່າ”, ເວທີເປິກສາຫາລືດັ່ງກ່າວຮ່ວມກັນຈັດຂຶ້ນໂດຍສະມາຄົມມິດຕະພາບກັບນານາຊາດຂອງປະຊາຊົນຈີນ, ສະມາຄົມການແລກປ່ຽນມິດຕະພາບຈີນ-ອົສຕຣາລີ, ອົງການປົກຄອງແຂວງກວາງຕຸ້ງ ແລະ ສະຫະພາບຜູ້ນຳໂລກ.