ການພົບປະກັນລະຫວ່າງຜູ້ນຳຈີນ-ສະຫະພາບເອີຣົບຄັ້ງທີ 24 ຈະຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ

2023-12-04 16:47:39 cri


    ວັນທີ 4 ທັນວາ 2023, ທ່ານນາງຮວ້າຊຸນຢິງ ໂຄສົກກະຊວງການຕ່າງປະເທດຈີນເປີດເຜີຍໃຫ້ຮູ້ວ່າ: ໂດຍຜ່ານການເປິກສາຫາລືລະຫວ່າງຈີນກັບສະຫະພາບເອີຣົບ, ການພົບປະກັນລະຫວ່າງຜູ້ນຳຈີນ-ສະຫະພາບເອີຣົບຄັ້ງທີ 24 ຈະຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ສປ ຈີນໃນວັນທີ 7 ທັນວານີ້. ທ່ານສີຈິ້ນຜິງ ປະທານປະເທດຈີນຈະພົບປະກັບທ່ານຊາເລັສ ມີແຊວ ປະທານສະພາມົນຕີເອີຣົບ ແລະ ທ່ານນາງ ອູຊູລາ ວອນເດີເລເຢັນ ປະທານຄະນະກຳມາທິການສະຫະພາບເອີຣົບ. ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນ, ທ່ານຊາເລັສ ມີແຊວປະທານສະພາມົນຕີເອີຣົບ ແລະ ທ່ານນາງ ອູຊູລາ ວອນເດີເລເຢັນ ປະທານຄະນະກຳມາທິການສະຫະພາບເອີຣົບຈະຮ່ວມກັນເປັນປະທານຈັດການພົບປະດັ່ງກ່າວ.