ໂຄສົກເຂດສູ້ຮົບພາກໃຕ້ຈີນກ່າວຄວາມເຫັນຕໍ່ກຳປັ່ນຣົບອາເມຣິກາລູ່ເຂົ້າເຂດທະເລໃກ້ຫາດຕື້ນເຢິນອ້າຍໜານຊາຈີນໂດຍບໍ່ໄດ້ຮັບການອະນຸມັດຈາກຈີນ

2023-12-04 16:21:06 cri

ທ່ານຖຽນຈຸ່ນຫຼີ ພັນເອກພິເສດກອງທັບອາກາດ ທັງເປັນໂຄສົກເຂດສູ້ຮົບພາກໃຕ້ຈີນກ່າວວ່າ: ວັນທີ 4 ທັນວານີ້, ໂດຍບໍ່ໄດ້ຮັບການອະນຸມັດຈາກລັດຖະບານຈີນ, ກຳປັ່ນຮົບ “ກິຟອດສ” ຂອງອາເມຣິກາໄດ້ລູ່ເຂົ້າເຂດທະເລໃກ້ຫາດຕື້ນເຢິນອ້າຍໃນໝູ່ເກາະໜານຊາຂອງຈີນຢ່າງຜິດກົດໝາຍ, ເຂດສູ້ຮົບພາກໃຕ້ກອງທັບປົດປ່ອຍປະຊາຊົນຈີນໄດ້ຈັດວາງກອງກຳລັງທາງທະເລຈີນຕິດຕາມ ແລະ ສັງເກດການຕະຫຼອດທາງ. ອາເມຣິກາຕັ້ງໃຈສ້າງຄວາມປັ່ນປ່ວນຢູ່ເຂດທະເລຈີນໃຕ້, ໄດ້ລ່ວງລ້ຳອະທິປະໄຕ ແລະ ຄວາມໝັ້ນຄົງຂອງຈີນຢ່າງໜັກໜ່ວງ, ໄດ້ທຳລາຍສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນຢ່າງຮ້າຍແຮງ, ໄດ້ລະເມີດກົດໝາຍສາກົນ ແລະ ຫຼັກການພື້ນຖານຂອງການພົວພັນສາກົນຢ່າງໜັກໜ່ວງ ເຊິ່ງສະແດງໃຫ້ເຫັນຢ່າງເຕັມທີ່ວ່າ, ອາເມຣິກາເປັນໄພຂົ່ມຂູ່ໃຫຍ່ທີ່ສຸດຕໍ່ສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຈີນໃຕ້. ຈີນມີອະທິປະໄຕເໜືອເກາະດອນຕ່າງໆຢູ່ທະເລຈີນໃຕ້ ແລະ ເຂດທະເລໃກ້ຄຽງຢ່າງບໍ່ມີສິດໂຕ້ຕອບ, ກອງທັບເຂດສູ້ຮົບພາກໃຕ້ຈີນໄດ້ຮັກສາພາວະລະວັງຕົວຢ່າງສູງໃນທຸກເວລາ, ເດັດດ່ຽວປົກປ້ອງອະທິປະໄຕ ແລະ ຄວາມໝັ້ນຄົງແຫ່ງຊາດ ກໍຄືສັນຕິພາບ ແລະ ສະຖຽນລະພາບຢູ່ເຂດທະເລຈີນໃຕ້.