ການເຖິງແກ່ອະສັນຍະກຳຂອງທ່ານແຮນຣີ ກິດຊິງເກີໄດ້ກະຕຸກຊຸກຍູ້ໃຫ້ການພົວພັນສາກົນເປີດຍຸກໃໝ່

2023-12-05 15:48:36 cri

ຫວ່າງມໍ່ໆມານີ້, ໃນເວລາທ່ານຮວງເຢິນເວີຍ ຮອງປະທານຮັບເຊີນພິເສດຂອງສະມາຄົມຄົ້ນຄວ້າການປະດິດສ້າງໃໝ່ ແລະ ຍຸດທະສາດການພັດທະນາແຫ່ງຊາດຈີນ, ຮອງຫົວໜ້າຜູ້ປະຈຳການສະຖາບັນຄົ້ນຄວ້າ “ໜຶ່ງແລວໜຶ່ງເສັ້ນທາງ ແລະ ການບໍລິຫານທົ່ວໂລກຂອງມະຫາວິທະຍາໄລຟູ້ຕ້ານຈີນໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນ ຫຼື CMG ວ່າ, ທ່ານແຮນຣີ ກິດຊິງເກີ ອະດີດລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາໄດ້ເອົາໃຈໃສ່ຕໍ່ຄວາມໝັ້ນຄົງດ້ານຍຸດທະສາດຂອງໂລກຢ່າງສະເໝີຕົ້ນສະເໝີປາຍ, ທ່ານໄດ້ຕາງໜ້າຍຸກໜຶ່ງ. ທ່ານເປັນເພື່ອນມິດເກົ່າຂອງປະຊາຊົນຈີນ, ເຄີຍເດີນທາງມາຢ້ຽມຢາມຈີນຮ້ອຍກ່ວາເທື່ອ, ທ່ານເຄີຍກ່າວວ່າ, ການຢ້ຽມຢາມທຸກເທື່ອໃດກໍໄດ້ຮັບຜົນອັນໃໝ່.


ທ່ານຮວງເຢິນເວີຍກ່າວຕື່ມວ່າ, ການເຖິງແກ່ອະສັນຍະກຳຂອງທ່ານແຮນຣີ ກິດຊິງເກີ ບໍ່ໄດ້ເຮັດໃຫ້ຍຸກໜຶ່ງຜ່ານພົ້ນໄປ, ແຕ່ຫາກໄດ້ກະຕຸກຊຸກຍູ້ໃຫ້ສ້າງຍຸກໃໝ່ແຫ່ງການພົວພັນສາກົນ.


ທ່ານຮວງເຢິນເວີຍເຊື່ອໝັ້ນວ່າ, ວົງການຍຸດທະສາດສາກົນຄວນ ແລະ ສາມາດເສີມຂະຫຍາຍບົດບາດຫຼາຍກວ່າເກົ່າໃນອະນາຄົດ.