ດ່ານພາສີນະຄອນໄຫໂຂໄດ້ອອກເອກະສານ RCEP 506 ສະບັບໃນ 11 ເດືອນປີນີ້

2023-12-05 11:03:18 cri

ອີງຕາມຕົວເລກສະຖິຕິຂອງດ່ານພາສີນະຄອນໄຫໂຂໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນຫາເດືອນພະຈິກປີນີ້, ນະຄອນໄຫໂຂໄດ້ອອກເອກະສານຢັ້ງຢືນແຫຼ່ງຜະລິດສິນຄ້າປະເພດຕ່າງໆ ທັງໝົດ 10.139 ສະບັບ, ມີມູນຄ່າຫຼາຍກວ່າ 690 ລ້ານໂດລາ. ໃນນັ້ນ, ເອກະສານຢັ້ງຢືນແຫຼ່ງຜະລິດຂອງສັນຍາການພົວພັນຄູ່ຮ່ວມເສດຖະກິດແບບຮອບດ້ານໃນພາກພື້ນ ຫຼື RCEP ມີ 506 ສະບັບ ມີມູນຄ່າ 55,54 ກວ່າລ້ານໂດລາ, ຕ່າງໄດ້ເພີ່ມຂຶ້ນ 1,32 ເທົ່າ ແລະ 1,55 ເທົ່າຕາມລຳດັບ.


ພາຍລັງໄດ້ຍົກເລີກການຂຶ້ນທະບຽນວິສາຫະກິດແຫຼ່ງຜະລິດສິນຄ້ານັບແຕ່ວັນທີ 1 ພະຈິກຜ່ານມາເປັນຕົ້ນມາ, ໄດ້ເຮັດໃຫ້ຂັ້ນຕອນແລ່ນເອກະສານຂອງວິສາຫະກິດກະທັດຮັດກວ່າເກົ່າ ແລະ ການຮ້ອງຂໍໃບຢັ້ງຢືນຂອງວິສາຫະກິດມີຄວາມສະດວກວ່ອງໄວຂຶ້ນ ເຊິ່ງໄດ້ຍົກລະດັບການນຳໃຊ້ນະໂຍບາຍຕ່າງໆ ເຊັ່ນ: ການຫຼຸດພາສີພາຍໃຕ້ຂອບສັນຍາການຄ້າດັ່ງກ່າວໃຫ້ສູງຂຶ້ນຢ່າງຫຼວງຫຼາຍ.