ກອງປະຊຸມຊັບພະຍາກອນພື້ນຖານອິນເຕີເນັດຈີນຄັ້ງທີ 4 ຈະຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ 12 ທັນວານີ້

2023-12-06 10:47:22 cri

ວັນທີ 12 ທັນວານີ້, ກອງປະຊຸມຊັບພະຍາກອນພື້ນຖານອິນເຕີເນັດຈີນຄັ້ງທີ 4 ຈະຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ປະເທດຈີນ.

ກອງປະຊຸມຊັບພະຍາກອນພື້ນຖານອິນເຕີເນັດຈີນໄດ້ຈັດມາ 3 ຄັ້ງແລ້ວ, ເປັນກອງປະຊຸມທີ່ໄດ້ຮັບຄວາມສົນໃຈຫຼາຍພໍສົມຄວນໃນຂົງເຂດອິນເຕີເນັດ. ກອງປະຊຸມຄັ້ງນີ້ພາດຫົວຂໍ້ວ່າ: “ລົງເລິກເຂົ້າໃນພື້ນຖານອິນເຕີເນັດ ແລະ ຮ່ວມກັນເຂົ້າສູ່ການເຊື່ອມໂຍງເຂົ້າກັນລະຫວ່າງດີຈີຕອນກັບຕົວຈິງ” ໂດຍສຸມໃສ່ການພັດທະນາຊັບພະຍາກອນພື້ນຖານອິນເຕີເນັດດ້ວຍຄຸນນະພາບສູງ ແລະ ເພີ່ມບົດບາດພື້ນຖານຂອງຊັບພະຍາກອນດັ່ງກ່າວເຂົ້າໃນການເລັ່ງລັດຊຸກຍູ້ການຫັນເປັນອຸດສາຫະກຳແບບໃໝ່.

ປີ 2024 ແມ່ນຈີນໄດ້ເຊື່ອມຈອດເຂົ້າກັບອິນເຕີເນັດສາກົນຢ່າງຮອບດ້ານຄົບຮອບ 30 ປີ. ເພື່ອລະນຶກຂະບວນການພັດທະນາອິນເຕີເນັດຂອງຈີນ, ກອງປະຊຸມຄັ້ງນີ້ຈະໄຂ “ການເຄື່ອນໄຫວສ້າງພື້ນຖານອິນເຕີເນັດຈີນຄົບຮອບ 30 ປີ” ໂດຍຈະຈັດກິດຈະກຳຕ່າງໆ ເຊັ່ນ: ການຮິບໂຮມແບບຢ່າງການນຳໃຊ້ຊັບພະຍາກອນພື້ນຖານອິນເຕີເນັດ, ການເປີດເຜີຍຂໍ້ລິເລີ່ມການພັດທະນາດ້ວຍຄຸນນະພາບສູງໃນດ້ານຊັບພະຍາກອນພື້ນຖານອິນເຕີເນັດ ແລະ ອື່ນໆ.