ຈະຫຼວດສົ່ງຍານເຈຍລົງ 3 ຈະຍິງສົ່ງຢ່າງໜ້ອຍ 5 ຄັ້ງໃນປີໜ້າ

2023-12-06 10:46:23 cri

ວັນທີ 6 ທັນວານີ້, ຈີນໄດ້ສົ່ງດາວທຽມທົດສອບເຕັກນິກອິນເຕີເນັດດາວທຽມຢ່າງສຳເລັດຜົນ ດ້ວຍຈະຫຼວດສົ່ງຍານເຈຍລົງ 3 ຢູ່ເຂດທະເລໃກ້ກັບນະຄອນຢາງຈ່ຽງແຂວງກວາງຕຸ້ງ. ນີ້ແມ່ນຈະຫຼວດສົ່ງຍານດັ່ງກ່າວປະຕິບັດພາລະກິດຍິງສົ່ງເປັນຄັ້ງທຳອິດ ພາຍຫຼັງຍິງສົ່ງເປັນຄັ້ງທຳອິດຢ່າງສຳເລັດຜົນ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ, ຈະຫຼວດສົ່ງຍານເຈຍລົງ 3 ເລີ່ມປະຕິບັດພາລະກິດຍິງສົ່ງ.


ນີ້ແມ່ນຈີນດຳເນີນການຍິງສົ່ງເທິງທະເລຫຼັງເຄື່ອນທີ່ໄລຍະໄກເປັນຄັ້ງທຳອິດ ເຊິ່ງໄດ້ພິສູດຄຸມສົມບັດການປັບຕົວເອງຂອງຈະຫຼວດສົ່ງຍານ ໃນການເຄື່ອນທີ່ທາງໄກແລ້ວຍິງສົ່ງຢູ່ເທິງທະເລຕື່ມອີກ.


ປີ 2024, ຕາມແຜນການແລ້ວ, ຈະຫຼວດສົ່ງຍານເຈຍລົງ 3 ຈະປະຕິບັດພາລະກິດຍິງສົ່ງ 5 ຄັ້ງຂຶ້ນໄປ.