ຕົວເລກດັດຊະນີຍອດປະລິມານທຸລະກິດຈໍລະຈອນສິນຄ້າສຳລັບທຸລະກິດເອເລັກໂຕຣນິກໃນເດືອນພະຈິກຜ່ານມາຂອງຈີນໄດ້ສ້າງສະຖິຕິໃໝ່ໃນປີນີ້

2023-12-06 10:48:55 cri

ວັນທີ 5 ທັນວານີ້, ສະມາຄົມຈຈໍລະຈອນແລະຈັດຊື້ສິນຄ້າຂອງຈີນໄດ້ເຜີຍແຜ່ຕົວເລກດັດຊະນີຈໍລະຈອນສິນຄ້າໃນຂົງເຂດທຸລະກິດເອເລັກໂຕຣນິກໃນເດືອນພະຈິກຜ່ານມາ. ໃນນັ້ນ, ຍອດປະລິມານທຸລະກິດຈໍລະຈອນສິນຄ້າສຳລັບທຸລະກິດເອເລັກໂຕຣນິກເປັນ 124,1 ຈຸດ, ເພີ່ມຂຶ້ນ 1,7 ຈຸດ ເມື່ອທຽບໃສ່ເດືອນຕຸລາປີນີ້. ຕົວເລກດັດຊະນີປະລິມານທຸລະກິດຈໍລະຈອນສິນຄ້າສຳລັບທຸລະກິດເອເລັກໂຕຣນິກຢູ່ເຂດຊົນນະບົດໄດ້ຟື້ນຟູການເຕີບໂຕ. 11 ເດືອນປີນີ້, ການຈໍລະຈອນສິນຄ້າສຳລັບທຸລະກິດເອເລັກໂຕຣນິກໄດ້ເພີ່ມຂຶ້ນຢ່າງໜັກແໜ້ນ, ຕົວເລກດັດຊະນີລວມໄດ້ຟື້ນຟູຮອດລະດັບສູງສຸດໃນຮອບ 5 ປີ.