CMG ປະກາດສັດນຳໂຊກ ແລະ ນະວັດຕະກຳຂອງງານລາຕີສະຫຼອງບຸນກຸດຈີນ 2024

2023-12-06 16:51:26 cri

ວັນທີ 6 ທັນວາ 2023, ພິທີປະກາດສັດນຳໂຊກຂອງງານລາຕີສະຫຼອງບຸນກຸດຈີນປີມັງກອນ 2024 ທັງເປັນພິທີປະກາດນະວັດຕະກຳໃໝ່ຂອງວິທະຍຸໂທລະພາບສູນກາງຈີນຫຼື CMG ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ, “ຫຼົງເສີງເສິງ” ເຊິ່ງເປັນສັດນຳໂຊກຂອງງານລາຕີສະຫຼອງບຸນກຸດຈີນປີມັງກອນ ແລະ ນະວັດຕະກຳຕ່າງໆໄດ້ຮ່ວມກັນວາງສະແດງ. ທ່ານຫວາງສ້ຽວເຈິ່ນ ແລະ ທ່ານຫູຈິ້ນຈຸ່ນ ຮອງຫົວໜ້າ CMG ໄດ້ເຂົ້າຮ່ວມພິທີດັ່ງກ່າວ, ແລະໄດ້ເປີດສາກໃຫ້ແກ່ສັດນຳໂຊກຂອງງານລາຕີສະຫຼອງບຸນກຸດຈີນປີມັງກອນ ແລະ ນະວັດຕະກຳໃໝ່ຂອງ CMG.

ໃນພິທີດັ່ງກ່າວ, ກາໝາຍຕົ້ນຕໍຂອງງານລາຕີສະຫຼອງບຸນກຸດຈີນ 2024 ຖືກຈັດເຂົ້າໃນບັນຊີຫໍພິພິທະພັນຕົວໜັງສືຈີນຢ່າງເປັນທາງການ.

ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງ CMG, ຜູ້ຕາງໜ້າທີ່ກ່ຽວຂ້ອງຂອງນະວັດຕຳກຳຂອງ CMG ຕ່າງໄດ້ເຂົ້າຮ່ວມພິທີດັ່ງກ່າວ.