ຍອດມູນຄ່າການນຳເຂົ້າ-ສົ່ງອອກຂອງຈີນໃນເດືອນພະຈິກປີນີ້ມີເຖິງ 3.700 ຕື້ຢວນ

2023-12-08 15:29:24 cri

ວັນທີ 8 ທັນວານີ້, ອົງການພາສີແຫ່ງຊາດຈີນແຈ້ງໃຫ້ຮູ້ວ່າ: ໃນເດືອນພະຈິກຜ່ານມານີ້, ຍອດມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າຂອງຈີນມີເຖິງ 3.700 ຕື້ຢວນ ເພີ່ມຂຶ້ນ 1,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ການຄ້າຕ່າງປະເທດຂອງຈີນໄດ້ຮັດແໜ້ນທ່ວງທ່າທີ່ດີ ແລະ ມີຄວາມໝັ້ນທ່ຽງ.

ອີງຕາມສະຖິຕິຈາກດ່ານພາສີ: ໃນເດືອນມັງກອນຫາເດືອນພະຈິກປີນີ້, ຍອດມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າຂອງຈີນບັນລຸເຖິງ 37.960 ຕື້ຢວນ ເຊິ່ງເທົ່າກັບໄລຍະດຽວກັນຂອງປີຜ່ານມາ. ໃນນັ້ນ, ມູນຄ່າສົ່ງອອກບັນລຸ 21.600 ຕື້ຢວນ, ເພີ່ມຂຶ້ນ 0,3%; ມູນຄ່ານຳເຂົ້າບັນລຸ 16.360 ຕື້ຢວນ, ຫຼຸດລົງ 0,5%.

ໃນເດືອນພະຈິກປີນີ້, ມູນຄ່າການນຳເຂົ້າ-ສົ່ງອອກມີເຖິງ  3.700 ຕື້ຢວນຢວນ, ເພີ່ມຂຶ້ນ 1,2%; ການສົ່ງອອກ 2100 ຕື້ຢວນ, ເພີ່ມຂຶ້ນ 1,7%; ການນຳເຂົ້າ 1600 ຕື້ຢວນ, ເພີ່ມຂຶ້ນ 0,6%.