ຂະໜາດຄັງສຳຮອງສະກຸນເງິນຕາຕ່າງປະເທດຂອງຈີນໃນທ້າຍເດືອນພະຈິກຜ່ານມາມີເຖິງ 3.171,8 ຕື້ໂດລາ

2023-12-09 15:40:16 cri

ຕົວເລກຂໍ້ມູນສະຖິຕິຂອງອົງການຄຸ້ມຄອງເງິນຕາຕ່າງປະເທດແຫ່ງຊາດຈີນສະແດງໃຫ້ເຫັນວ່າ, ມາຮອດທ້າຍເດືອນພະຈິກຜ່ານມາ, ຂະໜາດຄັງສຳຮອງສະກຸນເງິນຕາຕ່າງປະເທດຂອງຈີນມີເຖິງ 3.171,8 ຕື້ໂດລາ, ເພີ່ມຂຶ້ນ 70,6 ຕື້ໂດລາ ຫຼື 2,28% ເມື່ອທຽບໃສ່ທ້ຍເດືອນຕຸລາປີນີ້.


ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງອົງການຄຸ້ມຄອງເງິນຕາຕ່າງປະເທດແຫ່ງຊາດຈີນກ່າວວ່າ, ເສດຖະກິດຈີນສືບຕໍ່ຟື້ນຟູການພັດທະນາດີຂຶ້ນ, ມີຄວາມໜຽວແໜ້ນ ແລະ ມີຄວາມສາມາດບົ່ມຊ້ອນທີ່ພຽງພໍ, ພື້ນຖານເສດຖະກິດຈີນທີ່ມີການພັດທະນາໄປທິດທາງທີ່ດີໃນໄລຍະຍາວ ບໍ່ມີການປ່ຽນແປງ, ຈີນຈະສືບຕໍ່ສະໜັບສະໜູນການຮັກສາຂະໜາດຄັງສຳຮອງສະກຸນເງິນຕາຕ່າງປະເທດໃຫ້ມີຄວາມໝັ້ນທ່ຽງໂດຍພື້ນຖານ.